30 Jun
30Jun

ພາສາລາວຄວນໃຊ້ ຄຳໃດລະຫວ່າງ ຄຳວ່າ ສຳລັບ ແລະ ສຳຫລັບ.

ໃນພາສາລາວການນຳໃຊ້ ຄຳສັບ ສຳລັບ ນີ້ຍັງຄົງມີການນຳໃຊ້ ເປັນ ສຳຫລັບ ຢູ່ ເຊິງຖ້າຈະເວົ້າໃນຫລັກການກົດຂອງພາສາລາວແມ່ນບໍ່ຖືກເພາະໃນພາສາລາວເຮົາແທ້ແມ່ນເປັນຄຳເຊື່ອມທີ່ໃຊ້ແທນຄຳວ່າ “ເພື່ອ” ແລະ ເປັນການບົ່ງບອກເຖິງຄວາມຄູ່ກັບ.., ຄວນກັບ…ສິ່ງໃດໜຶ່ງ ໃນພາສາລາວຂຽນວ່າ ສຳລັບ ຕົວຢ່າງ: ຄົນນີ້ເໝາະສຳລັບເຈົ້າ, ສຳລັບຂ້ອຍຈະເປັນແນວໃດກໍຊ່າງ, ຂ້ອຍເຮັດທຸກຢ່າງສຳລັບເຈົ້າ…
ຄຳວ່າ ສຳລັບ ເປັນຄຳສອງພະຍາງ ໃນພະຍາງທີສອງ #ລັບ ຕ້ອງໃຊ້ພະຍັນຊະນະ ລ (ສຽງຕໍ່າ), ແຕ່ມີຄົນຈຳນວນບໍ່ໜ້ອຍທີ່ໃຊ້ ຫຼ (ສຽງສູງ) ເຊິ່ງເປັນການຂຽນຕາມແບບພາສາໄທ (สำหรับ) ເຊິງຜິດຜ້ຽນຈາກຫລັກໄວຍາກອນຂອງພາສາລາວ, ຫາກ ສຳຫລັບ ຄຳສອງພະຍາງນີ້ ຍັງບໍ່ທັນໄດ້ມີໃນຫລັກການພາສາລາວ ແຕ່ຖ້າຫາກແຍກເປັນແຕ່ລະພະຍາງຈະຍັງມີຄວາມໝາຍຢູ່, ຫາກຕົວລົງທ້າຍຂອງ ສຳຫລັບນີ້, #ຫຼັບ(หลับ) ເປັນກຳມະ ໝາຍເຖິງ ປິດໄວ້ແບບສະໜິດ, ອັດໄວ້ ໃຊ້ກັບຕາ ເຊັ່ນ ຫຼັບຕາ, ນອນບໍ່ຫຼັບ, ເຫງົາຫຼັບ, ນອນຫຼັບນອນຝັນ, ກິນເຂົ້າແຊບນອນຫຼັບ… ນອກຈາກນີ້ຍັງໃຊ້ກັບການເຮັດທ່າຫູບໍ່ໄດ້ຍິນ ເອີ້ນຫຼັບຫູ ເຊັ່ນ ຫຼັບຫູຫຼັບຕາ….
ເວົ້າລາວກັນ
ສາເຫດທີ່ພາໃຫ້ຫຼາຍຄົນໃຊ້ #ສຳລັບ ເປັນ #ສຳຫຼັບ
ຕາມການສັນນິຖານຂອງຫລາຍຄົນທີ່ໄດ້ສືກສາກ່ຽວກັບເລື່ອງພາສາລາວໃຫ້ຮູ້ວ່າ, ອາດມີສ່ວນມາຈາກການເສບສື່ທີ່ເປັນພາສາໄທ ທີ່ສະກົດຄຳວ່າ ສຳລັບ ເປັນ ສຳຫລັບ ເວລາຜ່ານໄປດົນນານ ຈຶ່ງມີການສະກົດຜິດຜ້ຽນຈາກເຄົ້າພາສາລາວເດີມຈົນກາຍເປັນການຂຽນຄຳວ່າ ສຳຫລັບ ນີ້ຂື້ນມາ. ສະນັ້ນ, ເຊິ່ງຈຸດນີ້ຄົນລາວຫລາຍໆຄົນຄວນຫັນກັບມາໃສ່ໃຈພາສາລາວ, ການອອກສຽງແບບຄົນລາວຈະເປັນການດີທີ່ສຸດເພື່ອການນຳໃຊ້ຄຳເວົ້າ ແລະ ການສະກົດຄຳ ໃຫ້ຖືກຕ້ອງຕາມຫລັກການໄວຍາກອນຂອງພາສາລາວ.
ພາສາລາວ ສຳລັບ ແລະ ສຳຫລັບ ເຮົາຄວນໃຊ້ຄຳໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING