ອະທິບາຍຄວາມໝາຍຂອງຄໍາວ່າ: “ກອງ”ໃນພາສາລາວ
“ກອງ” ໃນພາສາລາວສາມາດແປໄປໄດ້ຫຼາຍຄວາມໝາຍທີ່ແຕກຕ່າງກັນ ແຕ່ຈະໃຫ້ຊັດເຈນຕ້ອງມີຄໍາອື່ນມາປະສົມໃສ່ທາງໜ້າ ຫຼື ທາງຫຼັງຄໍາວ່າ “ກອງ” ຈຶ່ງຈະມີຄວາມໝາຍຊີ້ແຈງໃຫ້ລະອຽດ ແລະ ເຂົ້າໃຈໄດ້ງ່າຍຂຶ້ນ.

1 .ພວກ, ຫມູ່, ຫມວດ,ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ ຈຳນວນສິ່ງຂອງຫຼາຍໆອັນມາທ້ອນກັນໄວ້ບ່ອນດຽວເອີ້ນວ່າເປັນກອງເຊັ່ນ: ກອງຊາຍ; ກອງຫຼົວ ຫຼື ກອງຟືນ; ກອງເຂົ້າເອົາຕົ້ນເຂົ້າທີ່ເກັບກ່ຽວແລະຕາກໄວ້ໃຫ້ແຫ້ງມາທ້ອນເຂົ້າກັນເປັນກອງເພື່ອຈະມາຕີ ຫຼື ຟາດເອົາເມັດເຂົ້າ, ເອົາສິ່ງຂອງຢອງກັນຂຶ້ນຫລາຍໆ, ທຳໃຫ້ສູງຂຶ້ນ…ກອງທະຫານ;ກອງຕໍາຫຼວດເຊັ່ນ: ກອງຮ້ອຍ ຈຳນວນທະຫານ ຫຼື ຕໍາຫຼວດໝູ່ໜຶ່ງ ຈຳນວນ 100 ຄົນ; ກອງພັນ ຈຳນວນທະຫານ 10 ກອງຮ້ອຍ; ກອງພົນ ຈຳນວນທະຫານ 10 ກອງພັນ; ກອງທັບ ຈຳນວນທະຫານທີ່ຍົກອອກໄປຮົບ, ຈຳນວນທະຫານຫລາຍໆກອງພົນ ໂຮມກັນ.
2 ເຄື່ອງດົນຕີທີ່ຫຸ້ມດ້ວຍຫນັງ ສໍາລັບຕີໃຫ້ມີສຽງດັງ ມີຫລາຍຢ່າງຄື: ກອງແກ ກອງສຳລັບຕີເຂົ້າກັບແກວົງຫນ່ວຍສັ້ນ (ກອງລຳມະນາ ກໍວ່າ); ກອງກິ່ງ ກອງຂະຫນາດໃຫຍ່ ທາງປາກເຫວີ ທາງກົ້ນສ້ວຍ ຫຸ້ມຫນັງສອງຫນ້າ ແລະມີສອງຫນ່ວຍເປັນຄູ່ສຳລັບຕີເສັງກັນ; ກອງຂ້າ ຫລື ກອງມະໂຫຣະທຶກ ຫນ່ວຍນ້ອຍຫຸ້ມສອງຫນ້າສຳລັບຕົບເຂົ້າກັບເຄື່ອງເສບ; ກອງຕົບ ຫລື ກອງຫາງ ກອງຢ່າງນີ້ ຫນ່ວຍຍາວເປັນຫາງຫຸ້ມຫນ້າດຽວ ໃຊ້ມືຕົບ; ກອງຕຶ່ງ ກອງຢ່າງນີ້ ຫນ່ວຍສັ້ນ ສຳລັບຕີໃສ່ເຄື່ອງພິນຟາດສຽງດັງຕຶ່ງໆ;
ເບິ່ງລາຍລະອຽດໄດ້ທີ່:
ພາສາລາວ ຄວາມໝາຍຂອງຄໍາວ່າ: “ກອງ”ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD