24 Apr
24Apr

ອະທິບາຍ ຄວາມໝາຍຂອງສັບທີ່ວ່າ ຊັບພະ ແລະ ສັບພະ.

ຈະຂໍອະທິບາຍສັບໃນສອງຄຳນີ້ ຊັບພະ ແລະ ສັບພະ ກັບຄວາມໝາຍໃນແບບຂອງມັນ ແລະ ແບບທຽບໃສ່ກັບຄຳຕ່າງໆ ແລະ ຕົວຢ່າງເລັກນ້ອຍເພື່ອຄວາມເຂົ້າໃຈລະອຽດເພີ່ມຕື່ມອີກ.


#ຊັບພະ ເປັນຄຳທີ່ໄດ້ມາຈາກສັນສະກິດ ເຄົ້າສັບແມ່ນ ຊັບພະຍະ ຖ້າເວົ້າສັ້ນເຂົ້າກໍເຫຼືອແຕ່ “ຊັບ”,ໄທຂຽນເປັນ “ทรัพย์ ” ເປັນຄຳນາມ ທີ່ໝາຍເຖິງ ເງິນ, ຄຳ, ເຮືອນຊານບ້ານສ່ອງ, ວັດຖຸສິ່ງຂອງທັງທີ່ເຫັນດ້ວຍຕາ ແລະ ບໍ່ເຫັນດ້ວຍຕາ ແລະ ທຸກຢ່າງ ທີ່ມີຄ່າແຕ່ນ້ອຍຫາຫລາຍ.

#ຊັບພະ ສາມາປະສົມໄດ້ຫລາຍໆຄຳ ແລະ ມີຄວາມໝາຍທີ່ແຈກຫຍາຍອອກໄປຕາມຄຳທີ່ເອົາມາປະສົມ ເຊັ່ນ: ຊັບພະຍາກອນ, ຊັບພະຍາກອນມະນຸດ, ຊັບພະຍາກອນທຳມະຊາດ, ຊັບສິນເງິນຄຳ, ຊັບໃນດິນສິນໃນນໍ້າ, ຊັບສົມບັດ, ຄຸນຊັບ, ຊັບພາຍໃນຊັບພາຍນອກ…

#ສັບພະ ເປັນຄຳໄດ້ມາຈາກປາລີ ເຄົ້າສັບສະກົດ “ພ” ສັພພະ ເປັນຄຳຄຸນນາມ ແປວ່າ ທັງໝົດ, ທັງມວນ, ຫຼາຍແນວທີ່ເວົ້າລວມເຂົ້າກັນເປັນຄຳເວົ້າໜືງເອີ້ນວ່າ ສັບພະ.

#ສັບພະ ສາມາດແຍກອອກເປັນແບບສະເພາະໄດ້ອີກຫາກປະສົມກັບຄຳອື່ນໆ ທີ່ຢາກເນັ້ນໜັກຄວາມໝາຍສະເພາະເຈາະຈົງລົງໄປອີກເພື່ອສະແດງໃຫ້ຮູ້ວ່າສິ່ງນັ້ນມີຫລາກຫລາຍຢ່າງ ເຊັ່ນ ສັບພະວິຊາ,ສັບພະທານ, ສັບພະສິ່ງ, ສັບພະສັດ, ສັບພະສັນ, ສັບພະສາມິດ, ສັບພະສິນຄ້າ ພາສາໄທຂຽນເປັນ (สรรพสินค้า) ທີເຮົາເຫັນປະຈຳເວລາຂ້າມໄປຊື້ເຄື່ອງຝັ່ງໄທ, ໄປຕາມຫ້າງຮ້ານຕ່າງໆ…

ເບິ່ງລາຍລະອຽດເພີ່ມໄດ້ທີ່: ພາສາລາວ ຄວາມໝາຍຂອງຄຳວ່າ ຊັບພະ ແລະ ສັບພະ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD


Comments
* The email will not be published on the website.
I BUILT MY SITE FOR FREE USING