27 Jun
27Jun

ພາສາລາວຄວາມໝາຍຂອງຄຳວ່າ ຊ່ວງ ບໍ່ແມ່ນຄຳທີໃຊ້ກັບເວລາ.

ຄຳໃນພາສາລາວທີ່ມີຄວາມໝາຍໃຊ້ກັບເວລາມີຫຼາຍຄຳເຊັ່ນ ຕອນ, ຫວ່າງ, ໄລຍະ, ເວລາ, ຍາມ, ການ, ຊົ່ວ, ລະດູ ໂດຍການນຳໃຊ້ມີຄວາມຄ້າຍຄື ແລະ ແຕກຕ່າງກັນການນຳໄປໃຊ້ເພື່ອຄວາມຖືກຕ້ອງ ແລະ ເຂົ້າໃຈໄດ້ ຕ້ອງໄດ້ເບິ່ງເປັນແຕ່ລະກໍລະນີອີກ, ສະນັ້ນໃນພາສາລາວການທີ່ໃຊ້ຄວາມໝາຍຂອງຄຳວ່າ ຊ່ວງ ທີ່ຫລາຍໆທ່ານອາດລື້ງໃຊ້ກັນນັ້ນອາດຈະຕ້ອງໄດ້ປ່ຽນໃໝ່ເພື່ອຄວາມຖືກຕ້ອງ ແລະ ຫາກເປັນເວລາຈະເວົ້າລະອຽດດັ່ງນີ້.
#ຕອນ ເປັນຄຳລາວເດີມ ໃຊ້ກັບເວລາພາຍໃນມື້ນັ້ນໆ ແລະໃຊ້ກັບທັງອະດີດ, ປັດຈຸບັນ ແລະອະນາຄົດ ເຊັ່ນ: ຕອນບ່າຍ, ຕອນສວາຍ ແລະຕອນແລງ, ຕອນນັ້ນ, ຕອນນີ້, ຕອນທີ່ເຮົາໄປນຳກັນ, ຕອນນອນນຳກັນ, ຊິໄປຕອນແລງນີ້ລະ, ຕອນນີ້ຂ້ອຍຢູ່ເຮືອນ, ຕອນໃດເຈົ້າວ່າງສຳລັບເຮົາ, ຕອນຕໍ່ໄປເຮົາຈະ…
#ຫວ່າງ ເປັນຄຳລາວເດີມ ໃຊ້ກັບເວລາພາຍໃນມື້, ອາທິດ, ເດືອນ, ປີ ທີ່ເປັນອະດີດ ແລະປັດຈຸບັນ ບໍ່ປາກົດມີການໃຊ້ອະນາຄົດ ເຊັ່ນ ຫວ່າງເຊົ້ານີ້, ຫວ່າງອາທິດແລ້ວນີ້, ຫວ່າງປີກາຍ, ຫວ່າງນີ້ບໍ່ໄດ້ໄປໃສ, ຫວ່າງນີ້ເຈົ້າເຮັດຫຍັງ. (ບໍ່ມີ ຫວ່າງອາທິດໜ້າ, ຫວ່າງມື້ອື່ນ).
ເວົ້າລາວກັນ
#ໄລຍະ ເປັນຄຳປາລີ ມາຈາກ ລະຍະ ໃຊ້ກັບເວລາຕ່າງໆຄ້າຍຄືຫວ່າງ ທີ່ບົ່ງບອກເຖິງ ຕອນໜຶ່ງຫາຕອນໜຶ່ງເຊັ່ນ ໄລຍະຂອງການປູກໝາກຖົ່ວແມ່ນໃຊ້ເວລາ 4 ອາທິດ, ໄລຍະແຫ່ງການ…., ໄລຍະທີ່ຖືກປົກຄອງດ້ວຍ…., ເປັນໄລຍະທີ່…., ມັນອາດບັນເທົາໄດ້ຊົ່ວໄລຍະໜຶ່ງ…, ໄລຍະແຕ່ປີ….ຂ້ອຍຢູ່ອັງກິດ, ໄລຍະນີ້ຮ້ອນຫຼາຍ…, ຕະຫຼອດໄລຍະ….ປີຜ່ານມາ.
#ເວລາ ໃຊ້ບອກໄລຍະໃດໜຶ່ງ ທີ່ກ່ຽວກັບຕອນທີ່ເປັນອະນາຄົດ, ອະດີດ ຫຼື ປັດຈຸບັນ ໂດຍມີກຳນົດ ແລະບໍ່ມີກຳນົດເຊັ່ນ ເວລາທີ່ຂ້ອຍຢູ່ນຳເຈົ້າ, ເວລານັ້ນ, ເວລານີ້, ມີເວລາໃຫ້ຂ້ອຍແດ່, ເວລາໃດກໍຕາມ, ມື້ໃດເຈົ້າມີເວລາວ່າງ, ເວລາໃດກໍໄດ້ບອກຂ້ອຍແດ່…, ເປັນເວລາ 3 ວັນ…ຕະຫຼອດເວລາຜ່ານມາ
ໃນພາສາລາວ ຊ່ວງ ບໍ່ແມ່ນຄຳທີໃຊ້ກັບເວລາ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING