24 Apr
24Apr

ອະທິບາຍຄວາມໝາຍຂອງຄຳວ່າ ບໍ ແລະ ບໍ່.

ຄວາມຈິງແລ້ວທັງສອງຄຳມີຄວາມໝາຍຄ້າຍຄືກັນ ແລະ ໃຊ້ໃນປະໂຫຍກດຽວກັນ ແຕ່ກໍມີການໃຊ້ຫຼາຍໃຊ້ໜ້ອຍແຕກຕ່າງກັນໄປ ແລ້ວແຕ່ວ່າເຮົາຈະນຳໄປໃຊ້ໃນປະໂຫຍກແບບໃດ ຫລື ສະຖານະການແບບໃດໃນແຕ່ລະຄວາມໝາຍມັນຈະແຕກຕ່າງໄປເລັກນ້ອຍດັ່ງນີ້

#ບໍ ໃຊ້ກັບປະໂຫຍກຄຳຖາມ ໃນພາສາເວົ້າທີ່ມີລັກສະນະຜ່ອນສຽງເຊັ່ນ: ແມ່ນຢູ່ບໍ ?, ມາແທ້ບໍ ?, ບໍ່ມາບໍ ?, ບໍ່ໄປບໍ ? …

ນອກຈາກນີ້ #ບໍ ຍັງແປວ່າ ບໍ່ສົມປະກອບ, ບໍ່ເຕັມ ຄຳນາມ ເຊັ່ນ ຄົນບໍ່ເຕັມ, ຄົນສະຕິບໍ່ດີ ເອີ້ນວ່າ ບ້າບໍ, ບ້າໆບໍໆ….

ຫລື ການນຳມາໃຊ້ໃນລັກສະນະໝູ່ຄູ່ຢອກກັນທີ່ໄດ້ດັດແກ້ຂື້ນໆລົງໆ ເຊັ່ນ: ເຮັດໄດ້ຢູ່ບໍ, ບໍ່ແມ່ນເຮັດບໍ່ເປັນບໍ, ຮູ້ແທ້ຢູ່ບໍ,…

ສຽງຂອງຄຳວ່າ #ບໍ ບາງຄັ້ງອອກສຽງເປັນ ບໍ່, ບໍ້, ເບາະ ຕາມຈັງຫວະການເນັ້ນສຽງເຊັ່ນ: ເອົາມັນສາບໍເນາະ?, ເອົາມັນສາບໍ່ນໍ? ເອົາມັນສາເບາະຫຶ ?

#ບໍ່ ໃຊ້ກັບປະໂຫຍກປະຕິເສດເຊັ່ນ: ບໍ່ແມ່ນ, ບໍ່ເປັນ, ບໍ່ໄດ້, ບໍ່ກິນ, ບໍ່ເອົາ ….

ໃຊ້ກັບປະໂຫຍກຄຳຖາມເຊັ່ນ: ເຈົ້າເຄີຍໄປວັງວຽງ ຫຼືບໍ່ ?, ຊິເອົາບໍ່ ?, ໄປນຳຂ້ອຍບໍ່ ? ….

ນອກຈາກນີ້ຄຳວ່າ ...

ເບິ່ງລາຍລະອຽດເພີ່ມໄດ້ທີ່: ພາສາລາວ ຄວາມໝາຍທີ່ແຕກຕ່າງ ແລະ ຄ້າຍຄືກັນຂອງ ບໍ ແລະ ບໍ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD


Comments
* The email will not be published on the website.
I BUILT MY SITE FOR FREE USING