27 Jun
27Jun

ພາສາລາວ ອະທິບາຍຄວາມໝາຍຂອງຄຳວ່າ ຕື່ມ ແລະ ເຕີມ.

ໃນບົດນີ້ເຮົາຈະຂໍຍົກເອົາສອງຄຳທີ່ຄ້າຍຄືກັນອີກມາເພື່ອອະທິບາຍ ແລະ ລົມກັນເພື່ອຈະໄດ້ເຂົ້າໃຈພາສາລາວແຕ່ລະຄຳໃຫ້ດີຂື້ນພ້ອມທັງນຳໃຊ້ໃຫ້ຖືກຕ້ອງໃສພາສາລາວ, ສອງຄຳນັ້ນກໍ່ຄື ຕື່ມ ແລະເຕີມ ເຊິ່ງຂ້າພະເຈົ້າຕ້ອງໄດ້ຂໍຂອບໃຈ ເພຈ ປ່ອງຢ້ຽມພາສາລາວ ທີ່ເປັນເພຈ ທີ່ຂ້າພະເຈົ້າຕິດຕາມມາຕະຫລອດ ແລະ ສອງຄຳນີ້ກໍ່ເຊັ່ນດຽວກັນ ໄດ້ນຳເອົາມາຈາກເພຈ ປ່ອງຢ້ຽມພາສາລາວ ມາໃຫ້ບັນໄດ້ທ່ານໄດ້ຮູ້ລະອຽດນຳກັນ.
ຍ້ອນສອງຄຳນີ້ມີຄວາມໝາຍອັນດຽວກັນ ຈຶ່ງມີຄົນສົງໄສວ່າ ອັນໃດຖືກ-ອັນໃດຜິດ, ອັນໃດເໝາະສົມ-ອັນໃດບໍ່ເໝາະສົມ, ອັນໃດທາງການ-ອັນໃດເວົ້າ ແລະ ຈະນຳໃຊ້ແບບໃດເພື່ອໃຫ້ຖືກຕ້ອງຕາມຫລັກການໃນພາສາລາວ, ເຊິ່ງວ່າຄຳວ່າ ຕື່ມ ແລະ ເຕີມ ຖ້າຈະເວົ້າເຖິງຄວາມໝາຍຂອງມັນນັ້ນແມ່ນມີຄວາມໝາຍດຽວກັນຄືໝາຍເຖິງ “ແຖມ, ເຮັດໃຫ້ຫຼາຍຂຶ້ນ, ເພີ່ມເຂົ້າ, ເອົາໃຫ້ອີກ, ເສີມໃສ່…
ເວົ້າລາວກັນ
ຄວາມຈິງຄຳສອງຄຳນີ້ມີບໍລິບົດທີ່ແຕກຕ່າງເຊັ່ນ:
  • ໄດ້ຂໍ້ມູນເພີ່ມເຕີມຈາກ…..
  • ຊອກຫາຂໍ້ມູນເພີ່ມຕື່ມໄດ້ທີ່….
  • ເຕີມຮັກທີ່ຂາດຫາຍ ເຕີມໃຈທີ່ຂາດຮັກ
  • ເຕີມຮັກເຕີມໃຈ (ຖ້າວ່າຕື່ມໃຈ ຈະໝາຍເຖິງເຮັດໃຫ້ມີຫຼາຍໃຈ)
  • ເພີ່ມເຕີມເສີມໃສ່
  • ໃສ່ອີກຕື່ມ, ເອົາຕື່ມ, ກິນຕື່ມ
  • ຕື່ມໃສ່ບ່ອນວ່າງ
  • ບັດຕື່ມເງິນ
  • ຂ້ອຍຊິແວ່ເຕີມນໍ້າມັນລົດ ເງິນບໍ່ພໍຂໍຕື່ມແດ່
  • ຕື່ມໃສ່ຜູ້ລະເລັກລະໜ້ອຍ ເພື່ອໃຫ້ເຕີມເຕັມ
  • ນໍ້າແກງໜ້ອຍ ເອົານໍ້າໃສ່ຕື່ມ
  • ເມື່ອກີ້ຂ້ອຍເຫັນນໍ້າແກງໜ້ອຍ ຈຶ່ງເຕີມນໍ້າໃສ່ອີກຕື່ມ
  • ສຳລັບບໍລິບົດຂອງກອນສາມາດທົດແທນກັນໄດ້ເຊັ່ນ -ເຕີມຕື່ມນໍ້າ…ນົວເພີ່ມພໍດີ
  • ຄັນວ່າເຮົາເຕີມເຕັມ ຕື່ມໃຈຈອງໄວ້
  • ພຽງແຕ່ເຕີມເຕັມໃຫ້ ຫົວໃຈເຕັມຕື່ມ ……..
ການນຳໃຊ້ ຕື່ມ ແລະ ເຕີມ ແລະ ຄວາມໝາຍໃນພສາລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING