27 Sep
27Sep

ມອບ-ຮັບ ແລະ ເປີດນຳໃຊ້ໂຄງການພັດທະນາພື້ນຖານໂຄງລ່າງສົ່ງເສີມການທ່ອງທ່ຽວ.

    ຕາມຂ່າວຈາກໜັງສືພິມລາວພັດທະນາລາຍງານໃຫ້ຮູ້ວ່າ ໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ໂຄງການພັດທະນາພື້ນຖານໂຄງລ່າງ ລວມທັງສິ່ງອຳນວຍຄວາມສະດວກເພື່ອສົ່ງເສີມການທ່ອງທ່ຽວຢູ່ສອງເມືອງຂອງແຂວງຫລວງພະບາງຄື: ເມືອງຈອມເພັດ ແລະ ເມືອງປາກອູ ໄດ້ຈັດຂຶ້ນໃນຕົ້ນເດືອນກັນຍານີ້ ໂດຍມອບໃຫ້ອົງການປົກຄອງແຂວງເປັນຜູ້ຮັບຜິດຊອບຄຸ້ມຄອງ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.  ຫົວໜ້າໂຄງການພັດທະນາໂຄງລ່າງພື້ນຖານ ທ່ານ ສູນ ມະນີວົງສ໌ ກ່າວໃຫ້ຮູ້ວ່າ: ການປະຕິບັດໄລຍະທຳອິດຂອງໂຄງການນີ້ແມ່ນໄດ້ຮັບທຶນກູ້ຢືມຈາກທະນາຄານພັດທະນາອາຊີ ລວມມູນຄ່າທັງໝົດ 43 ລ້ານໂດລາສະຫະລັດ.

    ໃນນັ້ນ ມີທຶນສົມທົບຂອງລັດຖະບານ 3 ລ້ານໂດລາສະຫະລັດ ເຊິ່ງໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2015 ຢູ່ແຂວງອຸດົມໄຊ ໄດ້ກໍ່ສ້າງເສັ້ນທາງໄປຫາຖ້ຳຈອມອອງ ຄວາມຍາວ 54 ກມ ລວມທັງສິ່ງອຳນວຍຄວາມສະດວກບໍລິເວນໜ້າຖ້ຳ ແລະ ພາຍໃນຖ້ຳ, ວຽກງານພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວທັງພາກລັດ ແລະ ພາກທຸລະກິດ.

ພາບ: laophattananews.com

    ສ່ວນແຂວງຄຳມ່ວນ ກໍໄດ້ສ້າງເສັ້ນທາງໄປຖ້ຳຊ້າງ ຄວາມຍາວ 4,5 ກມ, ກໍ່ສ້າງສິ່ງອຳນວຍຄວາມສະດວກບໍລິເວນໜ້າຖ້ຳ, ກໍ່ສ້າງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກບໍລິເວນເດີ່ນພະທາດສີໂຄດຕະບອງ ແລະ ພັດທະນາບຸກຄະລາກອນໃນຂະແໜງການທ່ອງທ່ຽວ ທັງພາກລັດ ແລະ ພາກທຸລະກິດເຊັ່ນດຽວກັນ.

    ສະເພາະຢູ່ແຂວງຫລວງພະບາງ ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄດ້ເລີ່ມລົງມືມາແຕ່ເດືອນມັງກອນ 2018, ຈັດຕັ້ງປະຕິບັດຢູ່ເມືອງປາກອູ ແລະ ເມືອງຈອມເພັດ. ໃນນັ້ນ ເມືອງປາກອູໄດ້ສ້າງເສັ້ນທາງ ອາ1 ແຕ່ທາງ 13 ເໜືອຫາປາກອູ ມີຄວາມຍາວ 8,4 ກິໂລແມັດ, ສ້າງທາງພາຍໃນບ້ານຊ່າງໄຫ ແລະ ບ້ານປາກອູ ຍາວທັງໝົດ 1,2 ກິໂລແມັດ, ພ້ອມທັງ ສ້າງຂັ້ນໄດຂຶ້ນລົງທ່ານ້ຳ ຢູ່ບ້ານຊ່າງໄຫ 2 ແຫ່ງ, ຢູ່ບ້ານປາກອູ 1 ແຫ່ງ ແລະ ສ້າງຫ້ອງນ້ຳສາທາລະນະ, ບ່ອນຈອດລົດ ແລະ ສ້າງສູນຂໍ້ມູນຂ່າວສານ ບ້ານລະ 1 ແຫ່ງ, ພ້ອມຕິດຕັ້ງໄຟເຍືອງທາງ.

ວຽກດ່ວນ! ມອບ-ຮັບສົ່ງເສີມການທ່ອງເລັ່ງພັດທະນາໂຄງລ່າງພື້ນຖານ.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING