18 May
18May

ມາດຕະການ ການ Lock down ໄລຍະທີ່ສອງ ຂອງ ສ ປ ປ ລາວ

ເນື່ອງຈາກໄລຍະການຜ່ອນຜັນການ lock down ປະເທດໃນຊ່ວງ ແລກໄດ້ສິ້ນສຸດລົງ, ປະເທດລາວບໍ່ມີຜູ້ຕິດເຊື້ອເພີ່ມຂື້ນອີກແລ້ວ ແລະ ຜູ້ຕິດເຊື້ອກໍ່ປິ່ນປົວຫາຍດີໄປເກືອບໝົດແລ້ວ ແຕ່ຫລາຍປະເທດກໍ່ຍັງພົບຜູ້ຕິດເຊື້ອເພີ່ມຢູ່ສະນັ້ນ ລັດຖະບານກໍ່ໄດ້ມີມາດຕະການໃນການປ້ອງກັນເພື່ອບໍ່ໃຫ້ພະຍາດໂຄວິດນີ້ແຜ່ເຊື້ອຕືມອີກໃນປະເທດລາວກໍ່ເລີຍມີມາດຕະການຜ່ອນຜັ່ນດັ່ງນີ້.
ພາບ: vsitlaos.com
ໃນໄລຍະ 18 ພຶດສະພາ – 01 ມິຖຸນາ 2020 ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ ແລະ ໃຫ້ສັງຄົມ ສາມາດກັບມາໃຊ້ຊີວິດ ເປັນປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ
ເປັນຕົ້ນ ການຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດ ວາງອອກ:
1). ອະນຸຍາດໃຫ້ ສໍານັກງານອົງການຂອງພັກ-ລັດ, ສຳນັກງານ ຂອງບໍລິສັດ ເປີດດໍາເນີນການປົກກະຕິ ໂດຍໃຫ້ພະນັກງານ, ລັດຖະກອນ ໄປເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການ ປ້ອງກັນ ການຕິດເຊື້ອຕາມຄໍາແນະນໍາຂອງຄະນະສະເພາະກິດ, ຖ້າຫາກສໍານັກງານອົງການໃດ ມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ;
2). ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດເດີນທາງພາຍໃນປະເທດໄດ້, ແຕ່ຕ້ອງໃຫ້ປະຕິບັດຕາມ ມາດຕະການປ້ອງກັນການຕິດເຊື້ອ ຢ່າງເຂັ້ມງວດ;
3). ອະນຸຍາດໃຫ້ເປີດການຂົນສົ່ງໂດຍສານທາງບົກ, ທາງນ້ຳ, ທາງອາກາດ ພາຍໃນປະເທດ ລະຫວ່າງແຂວງຫາແຂວງ, ແຕ່ຕ້ອງໃຫ້ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ແລະ ຂອງຂະແໜງການກ່ຽວຂ້ອງ ຢ່າງເຂັ້ມງວດ;
4). ອະນຸຍາດໃຫ້ມີການຝຶກອົບຮົມ, ສຳມະນາ ແລະ ການປະ ຊຸມເປັນທາງການ ພາຍໃນປະເທດ, ແຕ່ບໍ່ອະນຸຍາດໃຫ້ ຈັດງານ ລ້ຽງ ແລະ ໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ,
ມີບ່ອນລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ.

9 ມາດຕະການ ຫລຸດຜ່ອນການ Lock down ປະເທດລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING