ອະທິບາຍຄວາມໝາຍຂອງຄຳວ່າ: ວັດທະນະຖາວອນ ແລະ ວັດທະນາຖາວອນ.
ຄຳນີ້ເຮົາຈະໄດ້ເຫັນກັນເກືອບຕະຫລອດເປັນຕົ້ນແມ່ນໃນເອກະສານທາງການຕ່າງໆຂອງ ສປປ ລາວ, ແລະ ມີຫຼາຍຄົນທີ່ພະຍາຍາມອະທິບາຍຄວາມໝາຍຂອງຄຳນີ້ ແຕ່ກໍຍັງບໍ່ມັນເຂົ້າໃຈຢ່າງເລິກເຊິ່ງເທື່ອ, ຄວາມຈິງຄຳວ່າ “ວັດທະນະຖາວອນ” ເປັນຄຳທີ່ມີ 5 ພະຍາງ ເພາະເປັນປະສົມໃນພາສາປາລີ ເອີ້ນວ່າ #ຄຳສະໝາດ, ຕາມຫຼັກການຂອງຄຳສະໝາດ ແມ່ນເອົາຄຳເຄົ້າປະສົມກັນ ໂດຍບໍ່ມີການຕັດ, ການແປງອັກຂະຫຼະໃດໆເລີຍ.
ວັດທະນະຖາວອນ = ວັດທະນະ+ຖາວອນ
ຄຳວ່າ #ຖາວອນ ມາຈາກຄຳວ່າ “ຖາວະຣະ” ຕົກໃນກໍລະນີການແປງສະຫຼະ ×ະ ເປັນ ອໍ ໄດ້ເປັນ ວໍຣະ ແລ້ວແປງ “ຣະ” ເປັນຕົວສະກົດ ນ ຈະໄດ້ຮູບສົມບູນເປັນ “ວອນ”.
ຄຳວ່າ “ວັດທະນະ” ເປັນຄຳນາມ ແປວ່າ ຄວາມຈະເລີນຮຸ່ງເຮືອງ, ຄວາມກ້າວໜ້າ.
ຄຳວ່າ “ວັດທະນະ” ຍັງກົງກັບຄຳວ່າ “ພັດທະ ຫຼື ພັດທະນາ” ອີກດ້ວຍ. ໃນພາສາປາລີ-ສັນສະກິດ ມີຫຼາຍຄຳສັບທີ່ຕົວ ວ ແລະ ຕົວ ພ ຄືກັນເຊັ່ນ:
ວິຈາລະນະ = ພິຈາລະນະ
ວິນິດໄສ = ພິນິດໄສ
ວົງສາ = ພົງສາ
ວັດຈະນະ = ພົດຈະນະ
ເວສາລີ = ໄພສາລີ
ວຣະ = ພຣະ
ວັດສະດຸ ຫຼື ວັດຖຸ = ພັດສະດຸ
ຄຳວ່າ “ວັດທະນະ” ຖ້າບໍ່ມີຄຳຕໍ່ທ້າຍຈະລົງດ້ວຍ “ອາ” ຄື “ວັດທະນາ” ຖ້າມີຄຳຕໍ່ທ້າຍເປັນສະໝາດຈະລົງທ້າຍດ້ວຍ ອະ ຄື “ວັດທະນະ” ເຊັ່ນ ວັດທະນະທຳ, ວັດທະນະຖາວອນ…
ເວົ້າລາວກັນວັດທະນາຖາວອນ
ຖ້າເປັນຄຳສົນທິຈະເປັນ ×າ ເຊັ່ນ
“ວັດທະນະ + ອະຖາວອນ = ວັດທະນາຖາວອນ”
ໂດຍການ ເອົາ “ນະ + ອະ = ນາ”
ຄຳວ່າ “ຖາວອນ” ໝາຍເຖິງຄວາມໝັ້ນຄົງ, ຍືນຍົງ, ທ່ຽງແທ້
ເມື່ອເປັນຄຳສະໝາດ “ວັດທະນະຖາວອນ” ຈຶ່ງໝາຍເຖິງ ຄວາມໝັ້ນຄົງທີ່ເກີດຈາກການພັດທະນາ, ຄວາມຄວາມໝັ້ນຄົງທີ່ເກີດຈາກຄວາມຈະເລີນ, ຄວາມໝັ້ນຄົງທີ່ເກີດຄວາມຮຸ່ງເຮືອງ.
ຫຼື ຖ້າແປແບບລາວໆເຮົາ ກໍຈະປະມານວ່າ “ຄວາມຈະເລີນຮຸ່ງເຮືອງທີ່ແທ້ຈິງ, ຄວາມຈະເລີນທີ່ໝັ້ນຄົງ.
ອ່ານມາຮອດນີ້ຄົງຫາຍສົງໄສແລ້ວວ່າ ເປັນຫຍັງ ລັດຖະທຳມະນູນຈຶ່ງມີການປ່ຽນແປງ ວັດທະນາຖາວອນ ມາເປັນ ວັດທະນະຖາວອນ ເພາະຖ້າບໍ່ແປງກໍຈະມີນັກພາສາສາດ ທີ່ເຂົ້າໃຈຫຼັກໄວຍາກອນເລື່ອງການສົນທິ ອາດເຂົ້າໃຈວ່າເປັນຄຳສົນທິ ແລ້ວແປຄວາມໝາຍໄປແນວອື່ນນັ້ນເອງ.
ອະທິບາຍຄຳວ່າ: ວັດທະນະຖາວອນ ແລະ ວັດທະນາຖາວອນ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์