ມາຮູ້ຈັກກັບຄໍາວ່າ: ຂ້າ, ຂ້ານ້ອຍ ແລະ ຂ້າພະເຈົ້າ ແຕ່ລະຄໍາສັບມີຄວາມໝາຍຈັງໃດ?
มารุ้จักกับคำว่า ข้า จ้าพระเจ้า แต่ละคำมีความหมายอย่างไร?
ໃນສາມຄໍາສັບດັ່ງກ່າວຂຶ້ນຕົ້ນດ້ວຍຄໍາວ່າ: ຂ້າ ແຕ່ມາເບິ່ງເນື້ອໃນເລິກໆແລ້ວ ອາດຈະມີຄວາມໝາຍຄືກັນຢູ່ສ່ວນໃດສ່ວນໜຶ່ງແຕ່ວ່າແຕກຕ່າງກັນຂຶ້ນຢູ່ກັບກໍລະນີ ແລະ ກາລະເວລາໃນການນໍາໃຊ້ແຕ່ລະຄໍາ ແລະ ໃນແຕ່ລະຄໍາສັບ ກໍ່ແປຄວາມໝາຍໄດ້ສະເພາະເຈາະຈົງພຽງຄວາມໝາຍໜຶ່ງຄວາມໝາຍດຽວ ແຕ່ບາງຄໍາສັບຈະແປໄດ້ຫຼາຍຄວາມໝາຍ ດັ່ງນີ້.
ຂ້າ: ສາມາດແປໄດ້ຫຼາຍຄວາມໝາຍ
1. ເປັນຄໍານາມ ລາວເທິງພວກໜຶ່ງ ເຊິ່ງແຕ່ກ່ອນເອີ້ນວ່າ ຂ້າ ມີຫຼາຍຊົນເຜົ່າຍ່ອຍເຊັ່ນ: ຂ້າຂະມຸ,ຂ້າຣະແດ,ຂ້າຈະຣາຍ,ຂ້າຕອງເຫຼືອງ,ຂ້າພາງດໍາ…ເຫຼົ່ານີ້ເປັນຕົ້ນ.
2. ເປັນຄໍາກໍາມະ(ຄໍາກິລິຍາ) ທໍາຮ້າຍຮ່າງກາຍຜູ້ອື່ນເຮັດໃຫ້ຕາຍ ຫຼື ເສຍຊີວິດ ບໍ່ວ່າຈະເປັນຮ່າງກາຍຄົນ ຫຼື ສັດ.
3. ເປັນຄໍາແທນນາມ(ສັບພະນາມ) ແທນຊື່ຂອງຜູ້ເວົ້າ ເປັນສັບລາວເດີມຕັ້ງແຕ່ສະໄໝລາດຊະວົງ(ເຊື້ອເຈົ້າ) ເປັນຄໍາເວົ້າທີ່ສຸພາບອ່ອນນ້ອມເມື່ອເວລາເວົ້າກັບຜູ້ໃຫຍ່ ຜູ້ມີອໍານາດ ຫຼື ເວົ້ານໍາເຊື້ອພະວົງ ພະອົງ ຈຶ່ງໃຊ້ຄໍາວ່າ ຂ້າ,ຂ້າພະເຈົ້າ,ຂ້າພະບາດ.
4.ເປັນຄໍານາມ ມີຄວາມໝາຍວ່າ ເປັນຂ້າ ຫຼື ເປັນຂ້ອຍ ນັ້ນໝາຍເຖິງຄົນໃຊ້.
ເວົ້າລາວກັນຂ້ານ້ອຍ: ເປັນສັບພະນາມ ໃຊ້ແທນຊື່ ຂອງຜູ້ເວົ້າ ກັບຄົນຜູ້ມີຍົດສູງ ຫຼື ທົ່ວໄປກໍ່ໄດ້ ທີ່ເພິ່ນອາວຸໂສ ຫຼື ເປັນຜູ້ໃຫຍ່ ທີ່ເຮົາຄວນເຄົາລົບ ແລະ ນັບຖື. ຄໍານີ້້ໃຊ້ໃນເມື່ອກ່ອນໃນເຊື້ອລາດຊະວົງ ມັກເວົ້້າກັບຜູ້ໃຫຍ່ວ່າ ຂ້ານ້ອຍຂໍອະນຸຍາດລາຍງານ… ຫຼັງຈາກນັ້ນສຸດທ້າຍຈະລົງທ້າຍດ້ວຍຄໍາວ່າ: ໂດຍ! ຂ້ານ້ອຍ ເວລາຕອບຮັບຄໍາສັ່ງຈາກຜູ້ໃຫຍ່ ແລະ ປັດຈຸບັນກໍ່ຍັງໃຊ້ຢູ່ຢ່າງກວ້າງຂວາງ ເຊັ່ນ:ນັກຮຽນມັກຈະເວົ້າວ່າ ຮຽນອາຈານຂ້ານ້ອຍຂໍຕອບ(ຄໍາຖາມ)…
ຄວາມໝາຍພາສາລາວຂອງຄຳວ່າ ຂ້າ, ຂ້ານ້ອຍ ແລະ ຂ້າພະເຈົ້າ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์