19 Apr
19Apr

ອະທິບາຍຄວາມໝາຍຂອງພາສາລາວຄໍາວ່າ: ໄຮ່; ນາ; ສວນ

ຈະມາແນະນໍາໃຫ້ບັນດາທ່ານບໍ່ວ່າແຕ່ຄົນລາວເອງ ຫຼື ຄົນຕ່າງປະເທດເຊິງຄຳເຫລົ່ານີ້ອາດຈະແມ່ນຄຳໜື່ງທີ່ໄດ້ໃຊ້ຫລາຍໃນດ້ານການກະເສດ ຫລື ທຳມາຫາກິນຂອງປະຊາຊົນຊາວໄຮນາ, ເພາະຄົນລາວຫຼາຍໆຄົນກໍ່ຈະມີການເຂົ້າໃຈຜິດເຊັ່ນວ່າ: ໄຮ່ອ້ອຍ; ໄຮ່ສາລີ…ສ່ວນຫຼາຍຈະເອີ້ນໄປຕາມພາສາໄທ. 

ນີ້ສະແດງວ່າມີການເຂົ້າໃຈຜິດ ດັ່ງນັ້ນ;ໃນບົດນີ້ຂ້າພະເຈົ້າຈະມາໃຫ້ຄວາມກະຈ່າງແຈ້ງໃນການໃຊ້ພາສາລາວໃຫ້ຖືກຕ້ອງຕາມຄວາມໝາຍຂອງຄໍາສັບລາວແທ້ມາແຕ່ດຶກດໍາບັນເຊັ່ນ:

1.ໄຮ່: ເປັນຄໍານາມ ເຊິ່ງມີຄວາມໝາຍວ່າເປັນທີ່ດິນທໍາການຜະລິດທາງການກະເສດ ໄວ້ສະເພາະປູກເຂົ້າໃນຍາມລະດູຝົນ ໂດຍທີ່ບໍ່ມີຊົນລະປະທານ ຫຼື ເໝືອງ ຝາຍໃດໆ ອາໄສຍາມຝົນ ແລະ ນໍ້າຝົນເພື່ອທໍາການຜະລິດປູກເຂົ້າ ໃນວິທີການເຮັດໄຮ່ໃນສະໄໝກ່ອນຈະບໍ່ໃຊ້ພື້ນທີ່ຮາບພຽງ ອາດຈະເຮັດຢູ່ເທິງພູຊັນ ຫຼື ເປີ້ນພູບ່ອນທີ່ບໍ່ສາມາດເກັບຮັກສານໍ້າໄວ້ໄດ້ ແລະບໍ່ສາມາດໃຊ້ຊົນລະປະທານ ຫຼື ເໝືອງຝາຍໄດ້. ວິທີການປູກເຂົ້າແມ່ນຈະໃຊ້ອຸປະກອນເຊິ່ງເອີ້ນວ່າ: ຫຼົ້ງ ເຊິ່ງຫຼອມ ຫຼື ຫຼໍ່ດ້ວຍຂາງ ຫຼື ຊືນ ທີ່ມີຮູບຮ່າງຄ້າຍຄືໝາກຂ່າງຫົວຕັດຂອງເຜົ່າມົ້ງ ທາງຫົວຕັດຈະເຮັດເປັນຮູ ຫຼື ໂກນໄວ້ເພື່ອສຽບໃສ່ດ້າມໄມ້ ເພື່ອເອົາສັກລົງດິນໃຫ້ເປັນຂຸມ ເພື່ອເອົາເຂົ້າລົງໃສ່ ແລະ ແນວພັນເຂົ້າກໍ່ຈະມີແນວພັນເຂົ້າໄຮ່ໂດຍສະເພາະຂອງມັນ ຈະໃຊ້ແນວພັນເຂົ້ານາໄປປູກກໍ່ອາດຈະບໍ່ໄດ້ຜົນ.

2.ນາ: ເປັນຄໍານາມ ເຊິ່ງມີຄວາມໝາຍວ່າເປັນທີ່ດິນທໍາການຜະລິດທາງການກະເສດ ໄວ້ສະເພາະປູກເຂົ້າໄດ້ທັງລະດູແລ້ງ ແລະ ລະດູຝົນ ຖ້າມີຊົນລະປະທານ ຫຼື ເໝືອງຝາຍ. ຖ້າບໍ່ມີຊົນລະປະທານ ຫຼື ເໝືອງຝາຍ ເພິ່ນເອີ້ນວ່ານານໍ້າຟ້າໄວ້ສະເພາະປູກເຂົ້າໃນຍາມລະດູຝົນ ອາໄສຍາມຝົນ ແລະ ນໍ້າຝົນເພື່ອທໍາການຜະລິດປູກເຂົ້າ ນາຈະໃຊ້ພື້ນທີ່ຮາບພຽງເພື່ອທໍາການຜະລິດ ເພາະສາມາດເກັບນໍ້າໄວ້ລໍ່ລ້ຽງຕົ້ນເຂົ້າໄດ້ງ່າຍ.

ເບິ່ງລາຍລະອຽດໄດ້ທີ່: ມາຮູ້ຈັກກັບພາສາລາວຄໍາວ່າ: ໄຮ່; ນາ; ສວນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido 

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING