ຫລາຍໆຄົນຄົງໄດ້ນຳໃຊ້ກັນໃນຊິວິດປະຈຳວັນ, ແຕ່ຫລາຍໆຄົນກໍ່ອາດຈະຍັງບໍ່ເຂົ້າໃຈລະອຽດແທ້ວ່າລະຫວ່າງ ໂຕ ກັບ ຕົວ ນີ້, ແຕ່ລະຄຳແມ່ນໃຊ້ໃນກໍລະນີໃດຈິງຖືກ ເປັນຕົ້ນແມ່ນການນັບສັດຕ່າງໆ ແລະ ການລົມກັນລະຫວ່າງໝູ່ເພືອນຍັງເຫັນວ່າການໃຊ້ໂຕ ແລະ ຕົວນີ້ມີການໃຊ້ຜິດໆຖືກໆຢູ່, ພໍດີໄປເຫັນເພຈ ພາສາລາວອະທິບາຍໄວ້ຢ່າງໜ້າສົນໃຈເລີຍນຳມາເລົາຕໍ່.
ວັດຈະນານຸກົມສະບັບ ມະຫາສິລາ ວີລະວົງ ອະທິບາຍໄວ້ດັ່ງນີ້:
ໂຕ ເປັນຄຳນາມ ແປວ່າ ຮູບຮ່າງຂອງຄົນ ແລະສັດ, ເປັນຄຸນນາມ ແປວ່າ ໃຫຍ່.
ຕົວ ເປັນຄຳນາມ ແປວ່າ ຮູບ, ຕົນ, ແບບຢ່າງທີ່ເອົາມາອ້າງ, ແລະ ໃນເອກະສານຍັງໄດ້ອະທິບາຍໄວ້ວ່າ ໂຕ ມີ 3 ປະເພດຄຳຄື:
1. ເປັນຄຳນາມ ແປວ່າ ຕົນ, ຕົວ, ຮູບຮ່າງຂອງຄົນ ແລະສັດ ເຊັ່ນ ໂຕກໍວ່າໂຕດີ ແທ້ພາຍເຂົາພັດແຮ່ງເກັ່ງ ໂຕກໍວ່າໂຕເລີດລໍ້າ ເຂົາພຸ້ນພັດລື່ນໂຕ” ຍ່າສອນຫຼານ.
2. ເປັນຄຸນນາມ ແປວ່າ ໃຫຍ່, ໃຫຍ່ໂຕ.
3. ຄຳແທນນາມ ໃຊ້ຊື່ຜູ້ທີ່ເຮົາເວົ້ານຳທີ່ຮຸ່ນຮາວດຽວກັນເຊັ່ນ ໂຕໄປສາ, ໂຕມາຫາເຮົາແດ່…
ຕົວ ເປັນຄຳນາມ ແປວ່າ ຮູບ, ຕົນ, ແບບຢ່າງທີ່ເອົາມາອ້າງ. ສ່ວນສະບັບອື່ນໆກໍອະທິບາຍໄວ້ຄືກັນ.
ສຳລັບການນຳໃຊ້ສະເພາະ
ໂຕ ເຊັ່ນ ໂຕເປັນໂຕ, ໂຕສັດ…., 1 ໂຕ 2 ໂຕ…, ເຕີບໂຕ, ໃຫຍ່ໂຕມະໂຫລານ, ໂຕກໍວ່າໂຕດີ, ເບິ່ງເພິ່ນເບິ່ງໂຕ, ຕົນໂຕ,ກິນເຂົ້າເຮືອນໂຕໂສຄວາມເພິ່ນ, ໂມໂຫາໂທໂສນີ້ ພາໂຕຕົກຕໍ່າ…
ຕົວຢ່າງເຊັ່ນ: ຄວາມຮູ້ຖ້ວມຫົວເອົາຕົວບໍ່ລອດ, ຕົວຢ່າງ, ຕົວລະຄອນ, ຕົວຕົນ.
ຄວາມໝາຍຂອງຄຳວ່າ ໂຕ ແລະ ຕົວ ຄວນໃຊ້ຈັ່ງໃດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido