10 Jun
10Jun

ມາຮູ້ຈັກຄໍາວ່າ: ກຸມ, ກຸ່ມ ແລະ ກຸ້ມ ມີຄວາມໝາຍແນວໃດ?

ກຸມ,ກຸ່ມ ແລະ ກຸ້ມ ອາດຈະໃຊ້ສຽງວັນນະຍຸດຕ່າງກັນ ແຕ່ຄົນຕ່າງຊາດກໍ່ຍັງຈຳແນກສຽງອອກຍາກຢູ່ດີ ເພາະພາສາ ສາກົນບໍ່ມີວັນນະຍຸດສ່ວນຫຼາຍຈະອ່ານອອກສຽງກາງທີ່ບໍ່ມີສຽງ ເອກ-ໂທ ຄືພາສາລາວ ກັບ ພາສາໄທ. ແຕ່ໃນນີ້ຈະຕ້ອງເນັ້ນໜັກໃນການອອກສຽງ ຄໍາວ່າ: ກຸມ,ກຸ່ມ ແລະ ກຸ້ມ ມັນມີຄວາມໝາຍໄປຄົນລະຢ່າງກັນ ແລະ ແຕ່ລະຄໍາກໍ່ມີຄວາມໝາຍໄປອີກຫຼາຍຢ່າງ ເຊັ່ນວ່າ.
ຄຳວ່າ ກຸມ:
1. ແມ່ນການໂອບກອດແບບຊູ້ສາວໂດຍທີ່ຝ່າຍກົງກັນຂ້າມບໍ່ຍິນຍອມ ແລະ ບໍ່ເຕັມໃຈນໍາ ຫຼື ເວົ້າອີກຢ່າງວ່າການຂືນໃຈ ຫຼື ການຂົ່ມຂືນກະທໍາສໍາເລົາທີ່ບໍ່ຖືກຕ້ອງຕາມຮີດຄອງປະເພນີ ແລະ ກົດໝາຍ.
2. ແມ່ນການເຮັດວຽກ ຫຼື ເຮັດສິ່ງໃດສິ່ງໜຶ່ງທີ່ມັນມີຄວາມຫຍຸ້ງຍາກລໍາບາກ ແລະ ໃຊ້ເວລາຫຼາຍ ແຕ່ມີຄວາມພະຍາຍາມເຮັດຈົນສໍາເລັດດ້ວຍຄວາມເມື່ອຍຍາກ ອັນນີ້ກະເອີ້ນວ່າກຸມເຮັດວຽກຈົນແລ້ວ, ກຸມມານ ເປັນຄໍານາມໝາຍເຖິງເດັກນ້ອຍຜູ້ຊາຍ,ກຸມມາຣີ ໝາຍເຖິງເດັກນ້ອຍຜູ້ຍິງ.
ເວົ້າລາວກັນ
ຄຳວ່າ ກຸ່ມ:
ເປັນຄໍານາມ ເຊິ່ງເປັນຊື່ຂອງຕົ້ນໄມ້ຊະນິດໜຶ່ງ ທີ່ເຮົາສາມາດນໍາເອົາໃບອ່ອນ ຫຼື ຍອດອ່ອນມາເຮັດສົ້ມຜັກ ແລະ ມີລົດຊາດແຊບຊ້ອຍດີ. ຕົ້ນກຸ່ມມີ 2 ຊະນິດຄື: ກຸ່ມນໍ້າ ເຊິ່ງມັກເກີດຢູ່ຕາມແຄມແມ່ນໍ້າ, ກຸ່ມບົກ ມັກເກີດຕາມບົກ ຕາມໂຄກ.
ແມ່ນຄໍານາມ ເປັນຊື່ຂອງປາຊະນິດໜຶ່ງ ມີເກັດເປັນສີຂາວ ແຕ່ເກັດແລບກວ່າເກັດປາຂາວເອີ້ນວ່າ: ປາກຸ່ມ.
ເປັນຄໍານາມ ທີ່ມີຄວາມໝາຍວ່າ ກ້ອນ,ໝວດໝູ່,ພັກພວກ,ໜ່ວຍ,ຝູງ ໂຮມຕົວກັນເຂົ້້າ ຫຼາຍກວ່າ 1 ຂຶ້ນໄປ ເຊັ່ນ: ກຸ່ມຄົນ,ກຸ່ມບໍລິສັດ, ກຸ່ມໂຈນ…
ຄຳວ່າ ກຸ້ມ:
1. ເປັນຄໍານາມ ກອງເຂົ້າເປືອກທີ່ຟາດເອົາເຟືອງອອກ ແລ້ວເອີ້ນວ່າ: ກຸ້ມເຂົ້າ.
2. ແມ່ນເຂົ້າກໍາລັງອອກຮວງໃກ້ຊິສຸກແລ້ວຮວງມັນກ່ອງລົງ ເອີ້ນວ່າ: ເຂົ້າກຸ້ມ.
ພາສາລາວຄໍາວ່າ: ກຸມ, ກຸ່ມ , ກຸ້ມ ມີຄວາມໝາຍແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING