ໃນພາສາລາວຈະມີຫລາຍໆຄຳ ຫລື ວະລີ ທີ່ເປັນແບບປິ້ນຄວາມໝາຍເຊິງກັນ ແລະ ກັນ, ຫລາຍໆພາສາກໍ່ມີແບບນີ້ຄືກັນ ສະນັ້ນເຮົາຈະມາເວົ້າຄວາມໝາຍຂອງສອງຄຳນີ້ໄປນຳກັນ, ຖືກຜິດສາມາດຕ່ຳນິຕິຊົມໄດ້.
ຄໍາວ່າ: ປະຕິເສດມີຄວສາມໝາຍວ່າ:
ມີການກະທໍາຜິດໃນສິ່ງໃດສິ່ງໜຶ່ງຜ່ານມາໂດຍການເຈຕະນາ ຕໍ່ບຸກຄົນ ຫຼື ຄູ່ກໍລະນີ ເມື່ອຄູ່ກໍລະນີມີການຕອບໂຕ້ຄືນທາງການປາກເວົ້າ ແຕ່ຜູ້ກ່ຽວ ບໍ່ຍອມຮັບ; ບໍ່ຮັບຮູ້; ບໍ່ເຫັນດີນໍາ; ບໍ່ເອົາ; ບໍ່ໃຫ້;ປະຕິເສດຕໍ່ຄວາມເປັນຈິງທຸກປະການແບບປົກປິດຄວາມເປັນຈິງທັງໆທີ່ຮູ້ແກ່ໃຈຕົວເອງດີ ເຊິ່ງເຮົາເອີ້ນຄົນແບບນີ້ວ່າຄົນອະທໍາ ເຫັນແກ່ຕົວ ບໍ່ກ້າຍອມຮັບຄວາມຈິງແຕ່ສຸດທ້າຍກໍ່ໜີຄວາມຈິງບໍ່ໄດ້ ຕົວຢ່າງ: ເຂົາລັກເງິນເຮົາໂດຍທີ່ເຮົາເຫັນກັບຕາແຕ່ເຂົາວ່າບໍ່ໄດ້ລັກ…
ບໍ່ໄດ້ມີການກະທໍາຜິດໃດໆ ແຕ່ມີຄົນມາໃສ່ຄວາມ ຫຼື ກ່າວຫາວ່າເຮົາໄດ້ມີເຈຕະນາກະທໍາຈິງຟາກໃຫ້ເຮົາຍອມຮັບຄວາມຈິງໃນສິ່ງທີ່ເຮົາບໍ່ໄດ້ເຮັດໄດ້ທໍາ ແຕ່ເຮົາຮັບບໍ່ໄດ້ເພາະເຮົາບໍ່ໄດ້ກະທໍາໃນສິ່ງນັ້ນຈຶ່ງຢືນຢັນແລະປະຕິເສດແລະບໍ່ຍອມຮັບຕໍ່ຂໍ້ກ່າວຫາໃດໆທັງສິ້ນແຕ່ສຸດທ້າຍກໍ່ເອົາຄວາມຜິດເຮົາບໍ່ໄດ້ເພາະຄວາມຈິງກໍ່ຄືຄວາມຈິງ ຕົວຢ່າງ: ເຂົາໃສ່ຄວາມວ່າເຮົາລັກເງິນເຂົາໂດຍທີ່ເຮົາບໍ່ໄດ້ລັກ…
ບໍ່ຍອມເຮັດວຽກຕາມຄໍາສັ່ງຂອງຜູ້ບັງຄັບບັນຊາ ຫຼື ບຸກຄົນໃດໜຶ່ງກໍ່ເອີ້ນວ່າ ປະຕິເສດເຊັ່ນກັນ;ໄປສະໝັກວຽກເພິ່ນບໍ່ຮັບ ກໍ່ເອີ້ນວ່າການປະຕິເສດເຊັ່ນກັນ…
ຄວາມຈິງແລ້ວການປະຕິເສດ ຈະຂຶ້ນຕົ້ນດ້ວຍຄໍາວ່າ: ບໍ່
ຄໍາວ່າ: ປະຕິບັດ...
ເບິ່ງລາຍລະອຽດໄດ້ທີ່: ມາຮູ້ຈັກພາສາລາວຄໍາວ່າ: “ປະຕິເສດ” ແລະ “ປະຕິບັດ”
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido