ຂ້າພະເຈົ້າໄດ້ຍິນມາຫຼາຍໆຄົນມັກຈະເວົ້າວ່າ ຂາຍປະເພນີ ຄິດວ່າຈະສັບສົນແລະບໍ່ເຂົ້າໃຈດີກ່ຽວກັບສອງຄໍານີ້ ຂ້າພະເຈົ້າຖືເອົາໂອກາດນີ້ມາຊີ້ແຈງຄວາມໝາຍຂອງສອງຄໍານີ້
ຄໍາວ່າ: ປະເວນີ
ແມ່ນການປະພຶດທີ່ສືບຕໍ່ກັນມາ(ເບິ່ງປະເພນີ)
ແມ່ນການປະຕິບັດເປັນຜົວເປັນເມຍ ຫຼື ຮ່ວມສະຫວາດກັນແບບບໍ່ຖືກຕ້ອງຕາມຮີດຕອງປະເພນີ ເຊິ່ງເອີ້ນວ່າ ເປັນຜົວເມຍຊົ່ວຄາວ ຫຼື ຊົ່ວຂ້າມຄືນ ການຫຼິ້ນຊູ້ສູ່ບ່າວ ຫຼິ້ນຊູ້ສູ່ສາວ ລັກຫຼິ້ນຜົວຫຼິ້ນເມຍກັນ ແບບຜິດໆ; ການຂາຍປະເວນີ ກໍ່ຄືການຂາຍບໍລິການທາງເພດເພື່ອແລກກັບເງິນ ເຊິ່ງເປັນການກະທໍາທີ່ຜິດຕໍ່ລະບຽບກົດໝາຍເວົ້າງ່າຍໆ ຂໍອະໄພຕໍ່ສັງຄົມ ເຊິ່ງເຮົາມັກເວົ້າກັນວ່າ: ກາຫຼີ່ ສ່ວນຫຼາຍການຂາຍບໍລິການທາງເພດໃນປະເທດລາວຈະມີແຕ່ເພດຍິງເຊິ່ງຄອບຄົວມີຄວາມຈໍາເປັນ ບໍ່ມີຕົ້ນທຶນໃນການທໍາມາຄ້າຂາຍ ຈຶ່ງເລືອກທາງໄປຂາຍບໍລິການທາງເພດ.
ຄໍາວ່າ: ປະເພນີ
ໝາຍເຖິງລະບຽບແບບແຜນ ຂະນົບທໍານຽມ ຮີດຄອງປະເພນີທີ່ນິຍົມ ໝາຍເຖິງສິ່ງທີ່ເຄີຍນັບຖືແລະ ປະຕິບັດກັນມາຕັ້ງແຕ່ດຶກດໍາບັນຈົນກາຍເປັນລະບຽບ ແບບແຜນໃນການດໍາລົງຊີວິດ ວິຖີຊີວິດ ເພາະມັນເປັນໜ້າເຊື່ອຖື ແລະ ຍົກຍ້ອງ ພໍໃຈ ພູມໃຈໃນການປະຕິບັດຕໍ່ປະເພນີອັນດີງາມຂອງບັນພະບຸລຸດຈົນກາຍເປັນຄວາມຊິນເຄີຍ ແລະ ຄືສິ່ງຈໍາເປັນ ຫຼື ເກີດເປັນຂໍ້ກໍານົດ ບັງຄັບໃຊ້ໃນປັດຈຸບັນ ເຊັ່ນ: ການຕັກບາດທໍາບຸນ; ການກິນທານຫາຜູ້ທີ່ລ່ວງລັບໄປແລ້ວ; ບູຊາໃນວັນສິນ; ງານບຸນຕ່າງໆໃນແຕ່ລະປີຕ້ອງກົງກັບເວລາເກົ່າເວລາເດີມ;ການຫົດສົງນ້ຳພະໃນວັນສົງການ; ບ່າວສາວມີການສູ່ຂໍກັນກ່ອນແຕ່ງດອງ.
ເບິ່ງລາຍລະອຽດໄດ້ທີ່: ມາຮູ້ຈັກພາສາລາວຄໍາວ່າ: ປະເວນີ ແລະ ປະເພນີ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido