24 Apr
24Apr

ປັດໄຈສາຍເຫດທີ່ເຮັດໃຫ້ຄ່າໄຟຟ້າເພີ່ມສູງຂຶ້ນໃນຊ່ວງນີ້

ດັ່ງທີ່ເຮົາທຸກຄົນ ຫລື ທົວໂລກໜ້າຈະຮູ້ກັນດີຢູ່ແລ້ວວ່າ ໃນຊ່ວງວິດກິດການ ພະຍາດລະບາດໂຄວິດ 19 ນີ້, ທຸກປະເທດທົວໂລກໄດ້ມີນະໂຍບາຍປິດເມື່ອງ ປິດປະເທດ ຫ້າມບຸກຄົນເຂົ້າອອກ, ແລະ ລະດົມປະຊາຊົນໃຫ້ຢູ່ບ້ານຢູ່ເຮືອນ ສປປ ລາວ ເຮົາ ກໍ່ເປັນໜື່ງໃນນັ້ນ, ສະນັ້ນທຸກຄົວເຮືອນອາດຈະຕ້ອງໃຊ້ໄຟຟ້າເກີນປົກກະຕິຢູ່ແລ້ວສຳລັບເຂດທີ່ມີໄຟຟ້າໃຊ້ ແລະ ອາດຈະເຮັດໃຫ້ຫລາຍຄົນຈະເຫັນຄ່າໄຟຟ້າເພີ່ມຂື້ນ.
ພາບ: laopost.com
ປະຈຸບັນກໍ່ກຳລັງເປັນເລື່ອງທີ່ຫຼາຍຄອບຄົວກຸ້ມໃຈກໍລະນີຄ່າໄຟຟ້າເດືອນມີນາ 2020 ທີ່ມີຫຼາຍສຽງຢືນຢັນວ່າ ແພງກວ່າເດືອນທີ່ຜ່ານມາເຊິ່ງປັດໄຈທີ່ເຮັດໃຫ້ຄ່າໄຟຟ້າໃນເຮືອນເພີ່ມສູງຂຶ້ນນັ້ນ ສ່ວນຫຼາຍທີ່ໄດ້ຮັບຜົນກະທົບຈະແມ່ນເຮືອນທີ່ມີເຄື່ອງໃຊ້ໄຟຟ້າຄົບເຊັ່ນ: ແອຣ໌, ເຄື່ອງຟອກອາກາດ, ພັດລົມໄອນໍ້າ ແລະ ຕູ້ເຢັນ.
ຫຼັກການຂອງເຄື່ອງທຳຄວາມເຢັນເຊັ່ນ: ແອຣ໌ ແມ່ນຖ້າຫາກວ່າອາກາດທາງນອກຮ້ອນໜ່ວຍການໃຊ້ງານໄຟກໍ່ຈະໝູນໄວຂຶ້ນ ເພາະຄອມເພຣສເຊີເຮັດວຽກໜັກ ສັງເກດໄດ້ຄືສຽງຄອມເພຣສເຊີດັງດົນ ມິດເຕີແຮງໝູນໄວ ແລະ ເທົ່າກັບເງິນຄ່າໄຟຟ້າທີ່ເພີ່ມຂຶ້ນ ແລະ ຖ້າຕົວໄຟຟ້າເພີ່ມຂຶ້ນຫຼາຍເທົ່າໃດແມ່ນຈະຖືກເກັບໄຟຟ້າສູງແບບອັດຕາກ້າວໜ້າ.

ໃນຂະນະທີ່ຕູ້ເຢັນ ເມື່ອອາກາດຮ້ອນຂຶ້ນກວ່າເກົ່າ ຄອມເພຣສເຊີກໍ່ຈະເຮັດວຽກໜັກເພື່ອຮັກສາອຸນຫະພູມທີ່ຕັ້ງໄວ້ ເວລາທີ່ພວກເຮົາເປີດຕູ້ເຢັນໄວ້ດົນ ຫຼື ເປີດຫຼາຍພຽງໃດກໍ່ຈະເປືອງໄຟເພີ່ມຕາມຕົວຈິງຂອງການໃຊ້ງານຕູ້ເຢັນ ຫຼື ຖ້າໃສ່ເຄື່ອງເຂົ້າໄປໃນຕູ້ເຢັນຫຼາຍ ຕູ້ເຢັນກໍ່ຈະເຮັດວຽກໜັກ ແລະ ຈະກິນໄຟເພີ່ມ. ດັ່ງນັ້ນ, ການແຊ່ເຄື່ອງກິນໄວ້ໃນຕູ້ເຢັນໃນປະລິມານຫຼາຍກໍ່ຈະເຮັດໃຫ້ຄ່າໄຟເພີ່ມໄດ້ເຊັ່ນດຽວກັນ ສຳລັບເຄື່ອງຟອກອາກາດທຸກຍີ່ຫໍ້ນັ້ນ ບໍ່ໄດ້ປະຢັດໄຟຟ້າ ຖ້າຫາກເປີດພ້ອມກັບແອຣ໌ ຈະເຮັດໃຫ້ເປືອງໄຟຄູນກຳລັງ 2.

ເບິ່ງລາຍລະອຽດເພີ່ມໄດ້ທີ່: ມາຮູ້ຈັກກັບປັດໄຈທີ່ເຮັດໃຫ້ຄ່າໄຟຟ້າເພີ່ມສູງຂຶ້ນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD


Comments
* The email will not be published on the website.
I BUILT MY SITE FOR FREE USING