19 Jun
19Jun

ປະເທດລາວຈະເຊື່ອມຕໍ່ກັບບັນດາປະເທດໂດຍທາງລົດໄຟ.

ອີງຕາມຂໍ້ມູນຂອງເວັບໄຊ www.targetlaos.com ໃຫ້ຮູ້ວ່າ, ເມື່ອທາງລົດໄຟ ໄທ-ລາວ-ຈີນ (ກຸງເທບ-ວຽງຈັນ-ຄຸນໝິງ) ເຊິ່ງຄາດການໄວ້ໜ້າຈະໃຊ້ເວລາອີກບໍ່ດົນ ກໍ່ຈະສາມາດສ້າງສໍາເລັດແລ້ວ, ເຊິ່ງຈະກາຍເປັນມິຕິໃຫມ່ຂອງການເດີນທາງທ່ອງທ່ຽວຈະເກີດຂຶ້ນຕະຫຼອດສອງຂ້າງທາງລົດໄຟສາຍທີ່ຍາວທີ່ສຸດໃນໂລກເລີຍກໍ່ວ່າໄດ້.
ໂດຍທາງລົດໄຟສາຍນີ້ມີຈຸດເລີ່ມຕົ້ນທີ່ Woodlands ໃນປະເທດສິງກະໂປ ຂຶ້ນເໜືອຜ່ານສະຖານນີລົດໄຟເຊັນທັລກົວລາລໍາເປີ ລຽບຊາຍແດນຝັ່ງທະເລອັນດາມັນ, ຜ່ານພົມແດນປະເທດໄທ ທີ່ປາດັງເບຊາຣ໌ ຜ່ານສົງຂາ, ຜ່ານຄອງໄທ, ຜ່ານນະຄອນສີທໍາມະຣາດ ລຽບອ່າວໄທຂຶ້ນມາຜ່ານສຸຣາດທານີ, ຜ່ານເມືອງທ່ອງທ່ຽວເຊັ່ນ: ຫົວຫິນ, ຣາດຊະບູຣີ, ນະຄອນປະຖົມ ແລ້ວເຂົ້າສູ່ສູນກາງຂົນສົ່ງຂອງອາຊຽນທີ່ສະຖານີລົດໄຟກາງ ບາງຊື່ ກຸງເທບມະຫານະຄອນ ໂດຍໃຊ້ເວລາພຽງ 4 ຊົ່ວໂມງກໍເຖິງນະຄອນຫຼວງວຽງຈັນ, ເຊິ່ງຜ່ານເມືອງມໍລະດົກເຊັ່ນ: ພຣະນະຄອນສີອາຍຸດທະຍາ ແລະ ມໍລະດົກທາງທໍາມະຊາດຄືເຂົາໃຫຍ່, ສະຖານີປາກຊ່ອງ ແລະ ຂ້າມແມ່ນໍ້າຂອງທີ່ໜອງຄາຍ, ຈາກນັ້ນ ກໍຈະຜ່ານພົມແດນບໍລິເວນທ່ານາແລ້ງ, ນະຄອນຫຼວງວຽງຈັນ, ວັງວຽງ ແລະ ເມືອງມໍລະດົກໂລກຫຼວງພຣະບາງ ເຊິິ່ງອີກບໍ່ຮອດ 8 ຊົ່ວໂມງກໍຮອດຄຸນໝິງແລ້ວ.
ພາບ: targetlaos.com
ຈາກນັ້ນ, ຕໍ່ລົດໄຟຄວາມໄວສຼງສາຍປັກກິ່ງ-ຄຸນໝິງ ເຊິ່ງເປັນທາງລົດໄຟທີ່ຍາດທີ່ສຸດຂອງປະເທດຈີນ ໂດຍມີຄວາມຍາວ 2,760 ກິໂລແມັດ ຈະແລ່ນຜ່ານເມືອງສໍາຄັນຫຼາຍແຫ່ງເຊັ່ນ: ມົນທົນເຫີເປີ່ຍ, ເມືອງເຈີ້ງໂຈ້ ມົນທົນເຫີໜັນ, ເມືອງອູຫັ່ນ ມົນທົນຫູເປີ່ຍ, ເມືອງສາງຊາ ມົນທົນຫູໜານ ແລະ ນະຄອນກຸ້ຍຫຍັງໃນມົນທົນກຸ້ຍໂຈ ແລະ ທີ່ສໍາຄັນຄຸນໝິງສາມາດປ່ຽນເສັ້ນທາງໄປທາງລົດໄຟສາຍຫຼັງຄາໂລກ ຕ້າຫຼີ, ທິເບດ ແລະ ຈາກປັກກິ່ງ ຂຶ້ນລົດໄຟສາຍ, ເສັ້ນທາງລົດໄຟສາຍ “ທຣານມົງໂກກີ” ຊ່ວງເສັ້ນທາງລະຫວ່າງນະຄອນປັກກິ່ງ-ອູລັນບາຕໍ ລົດໄຟຈະໄປທາງທິດຕາເວັນຕົກສ່ຽງເໜືອ ແລະ ລອດເຂົ້າໄປຢູ່ໃນເຂດພູ ເຊິ່ງເປັນພູແນວຍາວຕະຫຼອດເສັ້ນທາງ, ຊ່ວງນີ້ຈະມີອຸມົງທີ່ຈະເຈາະລອດພູຫຼາຍກ່ວາ 50-60 ອຸມົງ ແລະ ທຸກໆເທື່ອທີ່ລົດໄຟອອກຈາກອຸມົງຈະພົບກັບຜາ ແລະ ແມ່ນໍ້າແບບອະລັງການຕະຫຼອດເສັ້ນທາງ ສິ່ງທີ່ຂາດບໍ່ໄດ້ກໍຄືກໍາແພງເມືອງຈີນນັ້ນເອງ.
ປະເທດລາວຈະເຊື່ອມຕໍ່ກັບບັນດາປະເທດໂດຍທາງລົດໄຟ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING