ພາບ: idsala.com |
ແຂວງເຊກອງ ເປັນແຂວງນ້ອຍ ແຕ່ເຕັມໄປດ້ວຍສີສັນຂອງຮີດຄອງປະເພນີຈາກຫຼາກຫຼາຍຊົນເຜົ່າ ເຊິ່ງໃນນັ້ນມີຊົນເຜົ່າກະຕູຫຼາຍກວ່າໝູ່, ແຂວງເຊກອງ ຕັ້ງຢູ່ທາງພາກໃຕ້ຂອງລາວ ຫ່າງຈາກນະຄອນຫຼວງວຽງຈັນປະມານ 815 ກິໂລແມັດ, ທາງທິດຕາເວັນອອກມີຊາຍແດນຕິດກັບຫວຽດນາມ ປະກອບມີ 4 ເມືອງຄື: ເມືອງລະມາມ, ເມືອງກະລຶມ, ເມືອງທ່າແຕງ ແລະ ເມືອງດາກຈຶງ.
ແຂວງເຊກອງ ຫຼື ຮູ້ຈັກກັນໃນອະດີດໃນຊື່ແຂວງຕາເວັນອອກ ເຄີຍເປັນສ່ວນໜຶ່ງຂອງແຂວງສາລະວັນ, ແຕ່ໄດ້ຮັບການແຍກຕົວອອກມາຕັ້ງເປັນແຂວງໜຶ່ງຕ່າງຫາກ ເມື່ອປີ 1983.
ຈາກການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທ 4 ປີ 2015 ຂອງສູນສະຖິຕິແຫ່ງຊາດ ຊົນເຜົ່າກະຕູມີພົນລະເມືອງທັງໝົດ 28,378 ຄົນ ຍິງ 14,341 ຄົນ ກວມເອົາ 0.4% ຂອງພົນລະເມືອງລາວທັງໝົດ.
ຕາມການສັນນິຖານຂອງນັກຄົ້ນຄວ້າຫຼາຍທ່ານໄດ້ໃຫ້ຮູ້ວ່າ: ຊົນເຜົ່າກະຕູ ໄດ້ອົບພະຍົບ ແລະ ເຄື່ອນຍ້າຍມາຈາກພາກຕາເວັນອອກສຽງໃຕ້ຂອງອິນເດຍ ແລະ ບໍລິເວນຕອນໃຕ້ຂອງຈີນ ເພາະຢູ່ເຂດນັ້ນ ຍັງປາກົດມີກຸ່ມຄົນທີ່ປາກເວົ້າພາສາມອນ-ຂະແມຢູ່ເຊັ່ນ: ກຸ່ມມູນດະ ແລະ ກຸ່ມໂກນເປັນຕົ້ນ, ຊົນເຜົ່າກະຕູປະກອບມີຫຼາຍແຊງດ້ວຍກັນຄື: ຕຣີວ, ດາກກັງ (ປັບເດງ), ອັຣນາ, ອາສານ ແລະ ເຟືອງ ຊົນເຜົ່າກະຕູໃນລາວ ສ່ວນໃຫຍ່ແມ່ນຢູ່ບັນດາແຂວງພາກໃຕ້ເຊັ່ນ: ເມືອງກະລຶມ, ເມືອງດາກຈຶງ, ເມືອງທ່າແຕງ ແຂວງເຊກອງ; ເມືອງເລົາງາມ ແຂວງສາລະວັນ, ເມືອງປາກຊ່ອງ ແລະ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ. ນອກຈາກນີ້ແລ້ວ ຊົນເຜົ່າກະຕູຍັງມີຢູ່ຫວຽດນາມເຊັ່ນ: ແຂວງກວາງນາມ, ແຂວງດານັ໋ງ ແລະ ແຂວງເທືອງທຽນເຫວ.
ວິຖີຊີວິດຂອງເຜົ່າ ກະຕູ ແຂວງ ເຊກອງ ກັບຄວາມເຊື່ອທີ່ເປັນເອກະລັກ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido