25 Jul
25Jul

ມີ 65 ທຶນຮຽນພ້ອມເບ້ຍລ້ຽງຟຣີ ສຳລັບຄົນຈົບປະຖົມ.

ນັບວ່າເປັນຂ່າວດີທີ່ສຸດສຳລັບຜູ່ທີ່ຕ້ອງການຢາກມີວິຊາຊີບຕິດຕົວ ຫລື ຜູ່ທີ່ກຳລັງບໍ່ມີວຽກເຮັດ ແລະ ສົນໃຈຢາກລອງຫາຮຽນຮູ້ ຫລື ອາຊີບໃໝ່ເພື່ອມີຫລາຍໆທາງເລືອກໃຫ້ຕົນເອງ, ເນືອງຈາກໃນທຸກມື້ນີ້ ຈາກສະພາບຂອງໂຄວິດ ແລະ ຄ່າເງິນຕົກຕ່ຳ ແລະ ອື່ນໆ ເຮັດໃຫ້ຫລາຍໆຄົນຕ້ອງຕົກງານບໍ່ມີວຽກເຮັດງານທຳ ນີ້ກໍເປັນອີກທາງເລືອກທີ່ດີຫລາຍ.
ໂດຍສະເພາະແມ່ນສຳລັບຄົນທີ່ສົນໃຈສຶກສາຮໍ່າຮຽນໃນວຽກງານອາຫານ, ການໂຮງແຮມ ແລະ ການບໍລິການ ສາມາດສະໝັດໄດ້ ເນື່ອງຈາກມີການປະກາດຮັບສະໝັກຜູ້ເຂົ້າຮ່ວມຮຽນຟຣີເຖິງ 65 ທຶນ ໂດຍທີ່ບໍ່ຕ້ອງເສຍຄ່າໃຊ້ຈ່າຍໃດໆ ບຸລິມະສິດພິເສດຂໍຄົນທີ່ຈົບປະຖົມເທົ່ານັ້ນ ຂໍພຽງມີຄວາມຕັ້ງໃຈ ແລະ ຕ້ອງການສຶກສາມັກຮັກໃນສາຍອາຊີບນີ້ແທ້ ການຍື່ນສະໝັກແມ່ນໝົດກໍານົດ 15 ສິງຫາ 2020 ນີ້ ແລະ ນີ້ຄົງເປັນໂອກາດທີ່ດີຂອງທ່ານແລ້ວ.
ພາບ: targetlaos.com
ສໍາລັບທຶນທັງ 65 ທຶນມີ: ສາຂາ ວິຊາແຕ່ງອາຫານ 25 ທຶນ, ສາຂາ ວິຊາການໂຮງແຮມ 20 ທຶນ, ສາຂາ ວິຊາ ບໍລິການອາຫານ ແລະ ເຄື່ອງດື່ມ 20 ທຶນ. ເປັນການຮຽນໄລຍະສັ້ນ ໃຊ້ເວລາພຽງ 3 ເດືອນເທົ່ານັ້ນ ຫຼັງຈົບໄປຈະໄດ້ໃບປະກາດຊັ້ນຕົ້ນ, ສ່ວນການຮຽນແມ່ນຮຽນຫມົດມື້ແຕ່ເຊົ້າ ຫາຄໍ່າ.
ສໍາລັບເງື່ອນໄຂຜູ້ສະໝັກຮຽນທຶນ ແມ່ນກຸ່ມຜູ້ທີ່ຮຽນຊັ້ນປະຖົມ ບໍ່ຈົບມັດທະຍົມຕົ້ນ ແລະ ປາຍ, ມີອາຍຸ 18-30 ປີ, ຄອບຄົວຂາດເຂີນທຶນສົ່ງເສີມການຮຽນ, ບໍ່ມີອາຊີບ, ບໍ່ມີວຽກເຮັດງານທຳ, ບໍ່ເຄີຍຮຽນວິຊາຊີບໃດໆມາກ່ອນ, ມີພາຫະນະທຽວການ (ຢໍ້າວ່າຕ້ອງມີພາຫະນະ).
ດ່ວນ!!! ມີ 65 ທຶນຮຽນຟຣີ ສຳລັບຄົນຈົບປະຖົມພ້ອມມີເບ້ຍລ້ຽງໃຫ້

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING