14 May
14May

ອະທິບາຍຄຳວ່າ ”ລອດ” ແລະ “ຫຼອດ” ກັບຄວາມໝາຍຂອງສຽງ ຕ່ຳ ແລະ ສູງ

ພາສາລາວເປັນພາສາທີ່ມີສຽງ ຫລື ການອ່ານອອກສຽງ ສູງ ແລະ ຕ່ຳ, ເຊິງແຕ່ລະຄວາມໝາຍຂອງສຳນຽງສຽງສູງ ຫລື ຕ່ຳ ຈະແຕກຕ່າງການອອກໄປຕາມການໃຊ້ຂອງຄຳ ຫລື ປະໂຫຍກນັ້ນໆ.

ແລະ ຫາກຈະເວົ້າເຖິງ ຄຳວ່າ “ລອດ” ແລະ “ຫຼອດ” ສອງຄຳນີ້ກໍ່ເຊັ່ນກັນ, ການຂຽນ ແລະ ສຳນຽງສຽງເວົ້າທີ່ ຕ່ຳ ແລະ ສູງ ກໍ່ມີຄວາມໝາຍຕ່າງກັນອະທິບາຍໄດ້ດັ່ງນີ້:

#ລອດ ເປັນຄຳກຳມະ ໝາຍເຖິງ ຜ່ານໄປ, ເອົາຕົວຜ່ານເຂົ້າໄປໃນຮູ, ຜ່ານໄປໃນປ່ອງນ້ອຍໆ ເຊັ່ນ ລອດປ່ອງ, ລອດກ້ອງລ່າງ ນອກຈາກນີ້ຍັງໃຊ້ໃນຄວາມໝາຍ ລອດຕາຍ, ໄປລອດ, ໄປບໍ່ລອດ, ເອົາຕົວລອດ, ຊີວິດລອດ… (ສະຖາບັນຄົ້ນຄວ້າຯ2012:848)

ການກົ້ມຕົວລົງເພື່ອຜ່ານເຂົ້າໄປໃນສະຖານທີ່ຕ່າງໆທີ່ບໍ່ສູງກໍ່ເອີ້ນວ່າ ລອດເຊັ່ນກັນ

ໃນໝວດໂຕງໂຕຍພາສິດວ່າ: ຂີ້ຊ້າງລອດ ຂີ້ມອດຄ້າງ(ຫລື ສາມາດເບິ່ງຄຳອື່ນໆໄດ້ທີ່ เว้าลาวกัน)

ນອກຈາກນີ້ຍັງມີຄຳວ່າ”ອອດລອດ” ໝາຍເຖິງຫວ່າງກີ້ນີ້ ເຊັ່ນ ເຮັດໄປອອດລອດ ລືມໄວແທ້.

#ຫຼອດ ເປັນຄຳຄຸນນາມ ແປວ່າ ນ້ອຍ, ບໍ່ໃຫຍ່ເຊັ່ນ ຄົນໂຕນ້ອຍເອີ້ນວ່າ ຄົນຫຼອດ ນອກຈາກນີ້ຍັງເປັນຄຳນາມເຊັ່ນ:

#ລູກຫຼອດ ໝາຍເຖິງຄົນທີ່ຖືກເຈາະອອກຈາກທ້ອງຂອງແມ່ກ່ອນກຳນົດເພື່ອມາເຮັດພິທີກຳຕາມຄວາມເຊື່ອ.(ສະຖາບັນຄົ້ນຄວ້າຯ2012:805)

#ໝາກຫຼອດ ໝາກໄມ້ຊະນິດໜຶ່ງ ລັກສະນະຄືກັບຫຼອດຝ້າຍ, ມີລົດຊາດສົ້ມໆ (ຫວານກໍມີ)

#ຫຼອດຝ້າຍ ໝາຍເຖິງອຸປະກອນພັນຝ້າຍໃສ່ໃນກະສວຍຕໍ່າຫູກ

#ຊີ້ນຫຼອດ ຊີ້ນທີ່ເຮັດເປັນດິ້ວໆຕາກແດດ.

#ຫຼອດລົມ ທໍ່ລົມໃນຮ່າງກາຍຄົນ ແລະສັດ.

ຄວາມໝາຍສຽງ ຕ່ຳ ແລະ ສູງ ຂອງຄຳວ່າ “ລອດ” ແລະ “ຫຼອດ”


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING