ກະຊວງແຜນການ ແລະ ການລົງທຶນ ( ຜທ ) ຮ່ວມກັບກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ແລະ ກຸ່ມບໍລິສັດ ຄໍາໄພຊະນະ ຈໍາກັດ ໄດ້ລົງນາມຮ່ວມມືໃນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ ໂຄງການຄຸ້ມຄອງພາຫະນະ ແລະ ການສົ່ງເສີມແບບຄົບວົງຈອນລະຫວ່າງພາກລັດ ແລະ ພາກເອກະຊົນ.
ການເຊັນສັນຍາມີຂຶ້ນໃນວັນທີ 19 ຕຸລາ 2020 ຕາງໜ້າພາກລັດລົງນາມໂດຍ ທ່ານ ນາງ ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີ ຜທ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ຕາງໜ້າພາກທຸລະກິດມີ ທ່ານ ຄໍາໄພ ສົມຊະນະ ປະທານບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ.
ຈຸດປະສົງ ເພື່ອສຶກສາ, ອອກແບບ ແລະ ສ້າງແຜນປັບປຸງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງແບບລວມສູນເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ປັບປຸງລະບົບການຄຸ້ມຄອງທະບຽນພາຫະນະ ແລະ ໃບຂັບຂີ່ໃນຂອບເຂດທົ່ວປະເທດໃຫ້ທັນສະໄໝ, ສຶກສາ, ປັບປຸງ ແລະ ພັດທະນາການຄຸ້ມຄອງການນໍາໃຊ້ລະບົບການຂຶ້ນທະບຽນ, ຕໍ່ທະບຽນ ແລະ ຂັບຂີ່ໃຫ້ສະດວກວ່ອງໄວ ສາມາດປ້ອງກັນການປອມແປງ ແລະ ກວດສອບໄດ້ຢ່າງທັນການ.
ສປປ ລາວ ຈະສ້າງລະບົບຄຸ້ມຄອງພາຫະນະແບບລວມສູນໃນທົ່ວປະເທດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo