ກວດພົບ 2 ກໍລະນີ ຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການ.
ໃນພິທີຖະແຫຼງຂ່າວປະຈຳວັນ 22 ເມສາ 2020 ຜ່ານມາຖະແຫລ່ງວ່າ ພະຍາດໂຄວິດ19ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫລື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ, ຍັງມີບາງກໍລະນີທີ່ຖືເຊື້ອພະຍາດນີ້ແຕ່ບໍ່ສະແດງອາການໃຫ້ເຫັນ.
ເນື່ອງຈາກມີ 2 ກໍລະນີ ຈາກຜູ້ຕິດເຊື້ອທັງໝົດ 19 ກໍລະນີ ທີ່ບໍ່ມີອາການສະແດງອອກ, ເຊິ່ງຜູ້ຕິດເຊື້ອທີ່ມີອາການສະແດງອອກ ຫຼື ບໍ່ມີການ ແມ່ນມີເຊື້ອບໍ່ຕ່າງກັນ ສາມາດແຜ່ເຊື້ອໄປຫາຄົນອື່ນໄດ້, ດັ່ງນັ້ນການປະຕິບັດຄຳສັ່ງ 06/ນຍ ແມ່ນມີຄວາມສຳຄັນທີ່ສຸດ.
ສ່ວນຜູ້ທີ່ອອກໂຮງໝໍແລ້ວກໍຍັງຕ້ອງຈຳກັດບໍລິເວນຕົນເອງຢ່າງເຂັ້ມງວດ ແລະກັບມາກວດກາຢັ້ງຢືນຄືນອີກ, ເພາະຕາມຂໍ້ມູນວິຊາການຂອງສາກົນພົບວ່າຄົນເຈັບທີ່ປິ່ນປົວດີແລ້ວ ກັບມາມີເຊື້ອຄືນອີກເຖິງ20-30%.
 |
ພາບ: laoedaily.com.la |
ທ່ານ ຮສ.ດຣ. ມາຍຟອງ ມາຍຊາຍ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ທັງເປັນປະທານສະມາຄົມແພດພະຍາດຊືມເຊື້ອລາວ ກ່າວໃນພິທີຖະແຫຼງຂ່າວປະຈຳວັນ 22 ເມສາ 2020 ຜ່ານມາວ່າ: ພະຍາດໂຄວິດ19ເປັນພະຍາດທີ່ເກີດຂຶ້ນໃໝ່ ສະນັ້ນຍັງມີຫຼາຍຢ່າງທີ່ນັກວິທະຍາສາດ ນັກຄົ້ນຄວ້າ ແພດໝໍເຮົາຍັງບໍ່ທັນຮູ້ຈັກ ຫລື ເຂົ້າໃຈຢ່າງເລິກເຊິງກວ້າງຂວາງ;ຕົວຢ່າງເຊັ່ນ:ມາຮອດປັດຈຸບັນເຮົາຍັງບໍ່ທັນມີຫຼັກຖານຢ່າງຊັດເຈນທາງດ້ານວິຊາການວ່າຢາປິ່ນປົວຊະນິດໃດ, ຢາກຸ່ມໃດ ທີ່ມີປະສິດທິພາບສູງໃນການປິ່ນປົວຄົນເຈັບພະຍາດດັ່ງກ່າວ. ໃນທາງດຽວກັນເຊື້ອພະຍາດກໍຍັງເລິກລັບຊັບຊ້ອນສະແດງອອກບ່ອນວ່າບາງຄັ້ງຄົນເຮົາຖືເຊື້ອແຕ່ບໍ່ສະແດງອາການອອກ; ຫຼັງການປິ່ນປົວແລ້ວ ອອກໂຮງໆແລ້ວ ຍັງກັບມາມີເຊື້ອບວກຄືນໃໝ່.
ເບິ່ງລາຍລະອຽດໄດ້ທີ່:
ລາວກວດພົບຄົນຕິດເຊື້ອໂຄວິດ-19 ແຕ່ບໍ່ສະແດງອາການ 2 ກໍລະນີຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido