16 Aug
16Aug

ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນຈາກຄົນທີ່ມາຈາກຕ່າງປະເທດ.

    ຈາກທີ່ ສປປ ລາວ ໄດ້ປະຕິບັດມາດຕະການຜ່ອນຜັນໃນການປ້ອງກັນໂຄວິດ ແລະ ຂ່າວຂອງການຕິດເຊື້ອໂຄວິດໃນລາວໄດ້ມິດໄປໄລຍະໜຶ່ງ ປະຊາຊົນລາວກໍມີຄວາມອຸ່ນໃຈໄດ້ ແລະ ສະຖານາການຍັງຢູ່ໃນການຄວບຄຸມ ໃນຂະນະທີ່ຕ່າງປະເທດຍັງຄົງລະບາດຢ່າງຕໍ່ເນື່ອງ ແລະ ໃນ ສປປ ລາວ ຜູ້ຕິດເຊື້ອຄົນທີ 20 ໃກ້ຈະໄດ້ອອກໂຮງໝໍ.
ລ້າສຸດລາຍງານຈາກຄະນະສະເພາະກິດໃນການປ້ອງກັນພະຍາດໂຄວິດໃຫ້ຮູ້ວ່າ ໃນວັນທີ 14 ສິງຫາ 2020ນີ້ ຜົນການກວດຜູ້ຕ້ອງສົງໃສທີ່ເດີນທາງມາແຕ່ຕ່າງປະເທດທີ່ກັກຕົວຢູ່ໂຮງແຮມແຫ່ງໜຶ່ງເຊິ່ງເປັນສະຖານທີ່ຮອງຮັບກັກຕົວຂອງຜູ້ທີ່ເຂົ້າມາປະເທດລາວໃນວັນທີ 13 ສິງຫາທີ່ຜ່ານມາ ຈາກການກວດຜົນປະກົດວ່າ ມີຜູ້ຕິດເຊື້ອໂຄວິດ-19 ລາຍໃໝ່ 2 ຄົນ ເຮັດໃຫ້ປັດຈຸບັນຍອດສະສົມຜູ້ຕິດເຊື້ອໂຄວິດ-19 ເພີ່ມເປັນ 22 ກໍລະນີແລ້ວ.
ພາບ: medialaos.com
    ຜູ້ຕິດເຊື້ອໂຄວິດ-19 ກໍລະນີທີ 21 ແມ່ນເພດຊາຍ ໄວອາຍຸ 30ປີ, ສັນຊາດລາວ, ອາຊີບພະນັກງານ,
– ໃນວັນທີ 11 ສິງຫາ 2020 ເດີນທາງຈາກໄຕ້ຫວັນ ມາຜ່ານ ສສ ເກົາຫຼີ (ອິນຊອນ) ໂດຍຖ້ຽວບິນ CI904, ໃຊ້ເວລາຢູ່ສະໜາມບິນ 18 ຊົ່ວໂມງ.
– ວັນທີ 12 ສິງຫາ 2020 ເດີນທາງຈາກ ສສ ເກົາຫຼີ ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ ໂດຍຖ້ຽວບິນ QV922A ມີຜູ້ໂດຍສານຮ່ວມ 115ຄົນ ແລະ ຜູ້ກ່ຽວໄດ້ເດີນທາງຈາກສະໜາມບິນໄປໂຮງແຮມເພື່ອກັກຕົວດ້ວຍລົດຕູ້ ມີທັງໝົດ 8 ຄົນ ທີ່ນັ່ງລົດຄັນດຽວກັນ ລວມເຖິງຜູ້ກ່ຽວ.
– ວັນທີ 13 ສິງຫາ 2020 ຜົນກວດອອກມາພົບເຊື້ອໂຄວິດ-19.
ກໍລະນີທີ 22 ແມ່ນເພດຍິງ, ອາຍຸ 25ປີ ຊັນຊາດລາວ ອາຊີບນັກສຶກສາ ກັກໂຕຢູ່ໂຮງແຮມທີ່ຖືກນົດໄວ້
– ວັນທີ 10 ສິງຫາ 2020 ເດີນທາງມາຈາກ ສ. ອາເມລິຫາ ມາຜ່ານ ສສ. ເກົາຫຼີ ໂດຍຖ້ຽວບິນ KE5020 ໃຊ້ເວລາຢູ່ສະໜາມບິນ 15 ຊົ່ວໂມງ.
ດ່ວນ! ລາວພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING