ລາວມີເຂື່ອນໄຟຟ້າ 78 ແຫ່ງ ກຳລັງຜະລິດກວ່າ 52ລ້ານກິໂລວັດສົ່ງຂາຍໃນຕະຫຼາດອາຊຽນ.
ດັ່ງທີ່ຮູ້ກັນແລ້ວວ່າ ສປປ ລາວ ວາງເປົ້າໝາຍໄວ້ວ່າຈະເປັນແບັດເຕີລີໃຫ້ອາຊຽນ, ເຖິງແມ່ນວ່າໃນປະຈຸບັນອາດຈະຍັງບໍ່ເຖິງຂັ້ນທີ່ຈະສະໜອງໃຫ້ອາຊຽນໄດ້ໝົດທຸກປະເທດແຕ່ກໍຖືວ່າເປັນປະເທດທຳອິດທີ່ສົ່ງຂາຍພະລັງງານໄຟຟ້າໃນຕະຫລາດອາຊຽນ ແລະ ຍັງມີການພັດທະນາໄປຢ່າງຕໍ່ເນືອງເພື່ອປັບປຸງ ແລະ ຜະລິດພະລັງງານໄຟຟ້າໃຫ້ໄດ້ຫລາຍກວ່າເກົ່າ. ຕາມຂໍ້ມູນຈາກຂ່າວສານພະລັງງານ ແລະບໍ່ແຮ່ໃຫ້ຮູ້ວ່າ, ໃນກາງເດືອນກັນຍາ 2020 ນີ້ ກົມຄຸ້ມຄອງພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈັດກອງປະຊຸມຖອດຖອນບົດຮຽນ ກ່ຽວກັບວຽກງານຄວາມປອດໄພຂອງເຂື່ອນຢູ່ຫ້ອງປະຊຸມໃຫຍ່ລັດວິສາຫະກິດໄຟຟ້າລາວ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ Nicola PON TARA ຜູ້ອຳນວຍການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ, ພ້ອມດ້ວຍຜູ້ຊ່ຽວຊານເຂົ້າຮ່ວມ.
ພາບ: targetlaos.com ລາຍຊື່ເຂື່ອນ ແລະ ແຫຼ່ງຜະລິດໄຟຟ້າທັງໝົດ ໃນ ສປປ ລາວ 2018, ເອກະຊົນກວມເອົາກວ່າ 80%.ທ່ານ ສີນາວາ ສຸພານຸວົງ ກ່າວວ່າ: ບັນຫາຄວາມປອດໄພຂອງເຂື່ອນໄຟຟ້ານໍ້າຕົກ ແມ່ນຍຸດທະສາດທີ່ສຳຄັນ, ມີລັກສະນະຕົ້ນຕໍ, ຍາວນານທີ່ຖືກກຳນົດໄວ້ຢູ່ໃນແຜນຍຸດທະສາດ ກ່ຽວກັບການພັດທະນາອຸດສາຫະກຳພະລັງງານຢູ່ ສປປ ລາວ ຕາມທິດຜະລິດພະລັງງານທີ່ສະອາດ ເປັນມິດກັບສິ່ງແວດລ້ອມ ແລະ ມີລັກສະນະຍືນຍົງ. ມາຮອດປັດຈຸບັນນີ້, ທົ່ວປະເທດມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກຈາກນີ້, ໃນແຫຼ່ງຜະລິດໄຟຟ້າ 78 ແຫ່ງ ພວກເຮົາຍັງມີໂຄງການໄຟຟ້າຖ່ານຫີນ 1 ແຫ່ງ, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນລວມ 6 ແຫ່ງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍໄດ້ດໍາເນີນໄປຢ່າງແຂງແຮງ, ມາຮອດປັດຈຸບັນນີ້ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າ ຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.
ລາວ ແບັດເຕີຣີອາຊຽນ ກຳລັງຜະລິດລວມກວ່າ 52ລ້ານກິໂລວັດ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์