26 Oct
26Oct

ລາວມີແນວໂນ້ມຈະມີປະຊາກອນເພີ່ມຂຶ້ນເຖິງ 8,1 ລ້ານຄົນໃນປີ 2030.

ຈາກໜັງສືພິມລາວພັດທະນາໄດ້ໃຫ້ຮູ້ວ່າ ນັກຄົ້ນຄວ້າຫລາຍກວ່າ 170 ຄົນທີ່ມາຈາກຫລາຍພາກສ່ວນ ທັງອົງການຈັດຕັ້ງລັດ ແລະ ສາກົນ ໄດ້ເຂົ້າຮ່ວມໃນກອງປະຊຸມ ວ່າດ້ວຍການຄົ້ນຄວ້າກ່ຽວກັບໄວໜຸ່ມຄັ້ງທີ 5 ພາຍໃຕ້ຫົວຂໍ້: “ສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ” ແລະ ໄດ້ນຳສະເໜີຂໍ້ມູນຫລັກຖານການຄົ້ນຄວ້າກ່ຽວກັບສຸຂະພາບ ແລະ ການພັດທະນາຂອງໄວໜຸ່ມ ເພື່ອເປັນການປະກອບສ່ວນໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ໂດຍສະເພາະກ່ຽວກັບການຖືພາຂອງໄວໜຸ່ມ, ການແຕ່ງງານໄວ, ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ໂພຊະນາການ, ນິໄສໃນການກິນ ແລະ ພຶດຕິກຳທີ່ສ່ຽງເຊັ່ນ: ການດື່ມເຫລົ້າ.
ພາບ: pixabay.com
ລາວມີປະຊາກອນໜຸ່ມປະມານ 60% ແມ່ນອາຍຸຕໍ່າກວ່າ 25 ປີ, ການສຶກສາກ່ຽວກັບພົນລະເມືອງຂອງລາວ ປີ 2030 ສະແດງໃຫ້ເຫັນວ່າປະຊາກອນທັງໝົດຂອງລາວຢູ່ໃນລະດັບ 7,2 ລ້ານຄົນໃນ ປີ 2020, ຄາດວ່າຈະບັນລຸເຖິງ 8,1 ລ້ານຄົນໃນປີ 2030 ແລະ ຈະເພີ່ມຂຶ້ນເກືອບໜຶ່ງລ້ານຄົນໃນ 10 ປີຂ້າງໜ້າ. ຮູບແບບການປ່ຽນແປງຂອງໂຄງສ້າງຂອງປີລາມິດປະຊາກອນຈະມີການປ່ຽນແປງໃນທົດສະວັດນີ້, ປະຊາກອນໃນໄວເຮັດວຽກຈະເພີ່ມຂຶ້ນຈາກ 64% ໃນປີ 2020 ມາເປັນ 69% ໃນປີ 2030. ປະເທດລາວກຳລັງຢູ່ໃນລະຫວ່າງການຕິດຕາມທີ່ຈະມີກຸ່ມແຮງງານໃຫຍ່ທີ່ສຸດ ແລະ ຈະມີຜູ້ເພິ່ງພາແມ່ນໜ້ອຍລົງ.
ຫລັກຖານຄົ້ນຄວ້າສາມາດກຳນົດໄດ້ວ່າ ພາຍໃນຊັບພະຍາກອນມະນຸດໄວໜຸ່ມລາວແມ່ນໄດ້ມີການລົງທຶນທີ່ເພີ່ມຂຶ້ນ. ການລົງທຶນໃສ່ໄວໜຸ່ມ ໂດຍການໃຫ້ພວກເຂົາໄດ້ເຂົ້າເຖິງການເບິ່ງແຍງສຸຂະພາບ ແລະ ການສຶກສາທີ່ມີຄຸນນະພາບ ໂດຍສະເພາະທັກສະໃນສະຕະວັດທີ 21 ແມ່ນສິ່ງທີ່ຈຳເປັນສຳລັບແຮງງານລຸ້ນຕໍ່ໄປໃຫ້ມີປະສິດທິພາບ.
ປີ2030 ປະຊາກອນລາວຈະເພີ່ມຂື້ນຮອດ 8.1 ລ້ານຄົນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING