06 Sep
06Sep

ລາວໂທລະຄົມ ເປີດນໍາໃຊ້ລະບົບ 5G ທຳອິດໃນ ສປປ ລາວ.

ທີ່ນະຄອນຫຼວງວຽງຈັນ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເປີດນໍາໃຊ້ລະບົບ 5G ດ້ານເຕັກໂນໂລຊີ ເຄື່ອຂ່າຍທໍາອິດໃນ ສປປ ລາວ ໃນວັນທີ 31 ສິງຫາ 2020 ນີ້, ເປັນກຽດເຂົ້າຮ່ວມໂດຍທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ມີບັນດາຄະນະນໍາກະຊວງ, ບັນດາຫົວໜ້າກົມ, ມີຄະນະອໍານວຍການ, ຜູ້ບໍລິຫານ ແລະພະນັກງານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ພາບ: CRIFM93
ທ່ານ ສຸພົນ ຈັນທະວີໄຊ ໄດ້ກ່າວໃນພິທີວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ກໍຄືວຽກງານຂອງກະຊວງ ປທສ ໃນການຫັນການບໍລິການໂທລະຄົມໃຫ້ທັນສະໄໝ ສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນ ໂດຍສະເພາະໃນຍຸກເສດຖະກິດ ດີຈີຕອນ 4.0 (Digital Economy Era).
ປັດຈຸບັນ ໄດ້ມີຫລາຍປະເທດໃນທົ່ວໂລກ ແລະຂົງເຂດອາຊີ ໄດ້ທົດລອງນຳໃຊ້ເຕັກໂນໂລຊີ 5G ເຂົ້າຮັບໃຊ້ສັງຄົມ ຢູ່ໃນຫຼາຍຂົງເຂດຂອງວຽກງານເຊັ່ນ: ທາງດ້ານທຸລະກິດອອນລາຍ, ນໍາໃຊ້ປັນຍາປະດິດ ຫຼື Ai, IoT, Robotic ເຂົ້າຢູ່ໃນຂົງເຂດອຸດສາຫະກຳ, ກະສິກຳ ແລະການແພດເປັນຕົ້ນ ເຊິ່ງລ້ວນແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ສັງຄົມ ຜູ້ທີ່ຊົມໃຊ້ອິນເຕີເນັດໃຫ້ນັບມື້ນັບສະດວກສະບາຍ ແລະວ່ອງໄວຂຶ້ນກວ່າເກົ່າ.
ທ່ານກ່າວຕື່ມວ່າ: ພື້ນທີ່ໃນການບໍລິການລະບົບ 5G ເບື້ອງຕົ້ນແມ່ນຈະບໍລິການຢູ່ໃນບາງພື້ນທີ່ຂອງນະຄອນຫຼວງວຽງຈັນກ່ອນ ໂດຍສະເພາະຢູ່ບໍລິເວນຈຸດຊຸມຊົນໃຈກາງເມືອງ ຈາກນັ້ນ ຈຶ່ງຈະຂະຫຍາຍໄປທົ່ວປະເທດ.
ລາວໃຊ້ 5G ແລ້ວ! ລາວໂທລະຄົມເປີດນຳໃຊ້ລະບົບ 5G ໃນ ສປປ ລາວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING