ລາວ – ເຂົ້າໜຽວ ແລະ ຂັ້ນຕອນວິທີການໜຶ້ງເຂົ້າໜຽວ.
ດັ່ງນັ້ນເວົ້າໄດ້ວ່າ ເຂົ້າໜຽວເປັນ ອາຫານຈານຫຼັກຂອງຄົນລາວ ເວົ້າໄດ້ວ່າຜູ້ຄົນບໍລິໂພກເຂົ້າໜຽວໃນລາວ ສອງຈາກສາມສ່ວນ ຂອງພັນເຂົ້າຊະນິດຕ່າງໆ, ເຂົ້າໜຽວຍັງມີຫຼາກຫຼາຍສາຍພັນໃຫ້ເລືອກບໍລິໂພກໄດ້ຕາມຕ້ອງການ ທັງພັນເຂົ້າພື້ນເມືອງເກົ່າ ແລະ ສາຍພັນໃຫ່ມ ເຊິ່ງໃຊ້ເພື່ອປັບປຸງຄຸນນະພາບຂອງອາຫານ ຫັນປ່ຽນໃຫ້ເປັນເສດຖະກິດເພື່ອລ້ຽງຊີບ. ເຂົ້າໜຽວ ບາງຊະນິດກໍ່ປູກງ່າຍໃນພື້ນທີ່ສູງຊັນ ແລະ ທົ່ງພຽງ, ບາງຊະນິດປູກໃນນາໜອງ (ພື້ນທີ່ປຽກຊື້ນ).
ພາບ: idsala.blogspot.comເຂົ້າໜຽວ ມີວິທີການ ໃນການໜຶ້ງທີ່ງ່າຍດາຍ.1. ລ້າງ ແລະ ມ່າເຂົ້າ: ຕັກເຂົ້າສານໃສ່ຊາມ, 1/2- 1 ຈອກ ຕໍ່ຄົນ, ໃສ່ນ້ຳໃຫ້ຖ້ວມເຂົ້າ ຢ່າງນ້ອຍ 2 ຊມ (1 ນິ້ວ), ມ່າປະໄວ້ 6 ຊົ່ວໂມງ (ໄລຍະເວລາ ໃນການມ່າ ແມ່ນສຳຄັນຫຼາຍ) ຫຼື 2 ຊົ່ວໂມງ ກໍສາມາດນຳໄປໜຶ້ງໄດ້ ຖ້າຫາກມີເວລາບໍ່ພຽງພໍ.
2. ນຳເຂົ້າໄປໜຶ້ງ: ເທນ້ຳອອກຈາກເຂົ້າໃຫ້ໝົດ, ໃສ່ນ້ຳໃນໝໍ້ໜຶ້ງ ປະລິມານ 1/3 ຂອງຂະໜາດໝໍ້, ຂະນະດຽວກັນ ກໍນຳເຂົ້າໃສ່ໃນຫວດ ເພື່ອນຳໄປໜຶ້ງ.
3. ປົກຫວດເຂົ້າໄວ້ ດ້ວຍກຸບນ້ອຍ ຫຼື ຜ້າສະອາດ, ໜຶ້ງປະໄວ້ 20-30 ນາທີ ລະວັງຢ່າໃຫ້ນ້ຳໃນໝໍ້ໜຶຶ້ງແຫ້ງ. ໄລຍະເວລາໃນການໜຶ້ງ ຂຶ້ນຢູ່ກັບເງື່ອນໄຂຂອງເຂົ້າທີ່ໃຊ້ ຖ້າຫາກເຂົ້າໃໝ່ ກໍ່ໍອາດຈະໃຊ້ເວລາໃນການໜຶ້ງໄວກ່ວາ ເຂົ້າເກົ່າ. ກໍລະນີທີ່ ໜຶ້ງເຂົ້າໃນປະລິມານຫຼາຍ ແນຳນຳໃຫ້ຟື້ນດ້ານ ແລ້ວຂວາມດ້ານເທິງລົງລຸ່ມຫຼັງຈາກທີ່ໜຶ້ງໄດ້ໃນໄລຍະໜຶ່ງແລ້ວ ເພື່ອໃຫ້ເຂົ້າສຸກທົ່ວເຖິງທຸກເມັດ ແລະ ອາດຈະຕ້ອງໃຊ້ເວລານານເຖິງ 40 ນາທີ.
4. ເມື່ອເຂົ້າ ເລີ່ມມີກິ່ນຫອມ ແລະ ອ່ອນ ພ້ອມຮັບປະທານແລ້ວ ໃຫ້ນຳຫວດເຂົ້າອອກຈາກໝໍ້ໜຶ້ງ ເພື່ອທີ່ຈະເທເຂົ້າໃສ່ຜ້າທີ່ສະອາດ ຫຼື ໃບຕອງ, ຫຼັງຈາກນັ້ນໃຫ້ນຳໄມ້ ມາອວຍເຂົ້າ ເພື່ອໃຫ້ເຂົ້າຄາຍອາຍນ້ຳ ແລ້ວນຳໃສ່ກະຕິບເຂົ້າ.
ເຂົ້າໜຽວຂອງລາວ ແລະ ຂັ້ນຕອນວິທີການໜຶ້ງເຂົ້າໜຽວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์