ຊີ້ແຈງມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບໂດຍ ຮອງນາຍົກ.
ເພື່ອຍົກສູງປະສິດທິພາບໃນການຈັດເກັບ ທັງເປັນການສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ມອບພັນທະໃຫ້ຫຼາຍຂຶ້ນ, ລັດຖະບານ ໄດ້ສຸມໃສ່ຄົ້ນຄວ້າ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ເພື່ອທົດແທນແຫຼ່ງລາຍຮັບທີ່ສູນເສຍໄປ ລັດຖະບານຈື່ງໄດ້ສືບຕໍ່ເລັ່ງຂະຫຍາຍການຄຸ້ມຄອງຈັດເກັບລາຍຮັບ ຜ່ານລະບົບຄຸ້ມຄອງທີ່ທັນສະໄໝໃຫ້ກວ້າງຂວາງກວ່າເກົ່າ.
ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໃນຄັ້ງວັນທີ 25 ມິຖຸນາ 2020, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງກ່ຽວກັບນະໂຍບາຍ, ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ໄປພ້ອມກັບການຈໍາກັດ ແລະ ປະຢັດລາຍຈ່າຍ ແລະ ລະດົມທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາດຸນດ່ຽງງົບປະມານ ແລະ ການປະຕິບັດພັນທະຊໍາລະໜີ້ເງິນກູ້ຢືມພາຍໃນ ແລະ ຕ່າງປະເທດໃນສະພາບປັດຈຸບັນ ທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ.
ພາບ: targetlaos.comທ່ານ ສົມດີ ດວງດີ ກ່າວວ່າ: ໃນສະພາບປັດຈຸບັນທີ່ງົບປະມານແຫ່ງລັດມີຄວາມຫຍຸ້ງຍາກ ເຊິ່ງກະຊວງການເງິນໄດ້ມີບາງນະໂຍບາຍ ແລະ ມາດຕະການ ທາງດ້ານການເງິນ – ງົບປະມານ ໃນ 6 ເດືອນທ້າຍ ປີ 2020. ໃນນີ້, ນະໂຍບາຍ ແລະ ມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ ມີດັ່ງນີ້:
ສືບຕໍ່ເຮັດວຽກງານແນວຄິດການເມືອງຄະນະພັກ – ຄະນະນໍາ, ຕໍ່ສະມາຊິກພັກ – ພັກງານຫຼັກແຫຼ່ງ ແລະ ພະນັກງານທຸກຂັ້ນຂອງຂະແໜງການເງິນທັງສູນກາງ ແລະ ທ້ອງຖິ່ນໃຫ້ມີ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ຖືຜົນປະໂຫຍດສ່ວນລວມຂອງປະເທດຊາດເປັນຫຼັກ, ມີຈັນຍາບັນໃນການປະຕິບັດວຽກງານ, ເຄົາລົບ ແລະ ປະຕິບັດກົດໝາຍວ່າດ້ວຍລັດຖະກອນ, ບັນດາຂໍ້ຫ້າມ, ວິໄນຂະແໜງການເງິນຢ່າງເຂັ້ມງວດ, ດໍາເນີນການປັບປຸງກົງຈັກການຈັດຕັ້ງຂອງບາງກົມ ເພື່ອໃຫ້ສົມຄູ່ກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່, ໄປຄຽງຄູ່ກັບການປະເມີນຜົນພະນັກງານ – ລັດຖະກອນຕາມຜົນງານ ແລະ ຜົນສໍາເລັດຕໍ່ວຽກງານທີ່ໄດ້ຮັບມອບໝາຍ.
ຊີ້ແຈງມາດຕະການໃນການເພີ່ມທະວີການຈັດເກັບລາຍຮັບ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์