ລັດມີແຈ້ງການໃຫ້ປັບປຸງລາຄາໄຟຟ້າຄືນໃໝ່ຫລັງຈາກມີການຮຽກຮ້ອງຈາກພາກສ່ວນ.
ເປັນກະແສທີ່ສັງຄົມວິພາກວິຈານມາຢ່າງຕໍ່ເນື່ອງໃນໂລກໂຊຊຽວຕ່າງໆ ແລະ ກໍ່ຍັງເປັນປະເດັນຮ້ອນຢູ່ເລີມຈາກຊ່ວງທີ່ລັດຖະບານໃຫ້ກັກຕົວຢູ່ບ້ານໃນມາດຕະການສະກັດກັ້ນ ແລະ ຕໍ່ຕ້ານການແຜ່ລະບາດຂອງພະຍາດໂຄວິດ 19 ນັ້ນກໍ່ຄົງຈະແມ່ນບັນຫາກ່ຽວກັບລາຄາໄຟຟ້າທີ່ແພງຂຶ້ນ ອັນສ້າງຄວາມເດືອດຮ້ອນໃຫ້ແກ້ຜູ້ຊົມໃຊ້ທັງຫຼາຍ ແລະ ຫລາຍພາກສ່ວນຮຽກຮ້ອງໃຫ້ມີການປັບປຸງຄືນໃໝ່.
ຫຼ້າສຸດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ອອກແຈ້ງການ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່, ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 637/ຫສນຍ, ລົງວັນທີ 9 ມິຖຸນາ 2020 ເຖິງທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ເລື່ອງທິດຊີ້ນໍາກ່ຽວກັບການຄົ້ນຄວ້າ ແລະ ປັບປຸງລາຄາໄຟຟ້າ ປີ 2020-2025 ຄືນໃໝ່.
ພາບ: laoedaily.comໂດຍໃນແຈ້ງການໃຫ້ຮູ້ວ່າ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍແຈ້ງການຊີ້ນໍາຂອງກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີດັ່ງນີ້:
1 ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ສົມທົບລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າການຫຼຸດລາຄາໄຟຟ້າ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ຊົມໃຊ້ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.
ລັດຖະບານມີແຈ້ງການ ໃຫ້ຄົ້ນຄວ້າປັບປຸງລາຄາໄຟຟ້າຄືນໃໝ່ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์