ລົດເມນະຄອນຫຼວງວຽງຈັນໄດ້ເປີດບໍລິການຄືນແລ້ວ
ລັດວິສາຫະກິດລົດເມນະຄອນຫຼວງໄດ້ຢຸດການໃຫ້ບໍ່ລິການມາຕັ້ງແຕ່ມີນະໂຍບາຍຂອງນາຍຍົກລັດຖະມົນຕີເພື່ອປ້ອງກັນ ແລະ ຕ້ານການລະບາດຂອງພະຍາດໂຄວິດ 19 ທີ່ຜ່ານມາ, ແລະ ປະຈຸບັນສະຖານະການເລີ່ມຜ່ອນຄາຍລົງຫລາຍໆວິສາຫະກິດກໍ່ທະຍອຍກັນເຄືອນໄຫວດ້ວຍຄວາມລະມັດລະວັງ.
ພາບ: ລົດເມລາວຕາມການສຳພາດ ທ່ານ ບົວພາ ເພັດວິໄຊ ຮອງອຳນວຍການ ລັດວິສາຫະກິດລົດເມນະຄອນຫຼວງ ໄດ້ໃຫ້ຮູ້ວ່າ: ລັດວິສາຫະກິດລົດເມນະຄອນຫຼວງ ຈະເປີດບໍລິການເກືອບທຸກເສັ້ນທາງຢູ່ນະຄອນຫຼວງ ໃນວັນທີ່ 15 ນີ້, ພາຍຫຼັງທີ່ໄດ້ເປີດບໍລິການ 3 ເສັ້ນທາງ ລວມມີຕະຫຼາດເຊົ້າ–ນ້ຳຊວງ, ຕະຫຼາດເຊົ້າ–ເພຍລາດ ແລະ ຕະຫຼາດເຊົ້າ–ເມືອງສັງທອງ
ໃນວັນອັງຄານ ທີ່ຜ່ານມາ ແລະ ຈະເລີ່ມເປີດເສັ້ນທາງແຕ່ ລາວ–ໄອເຕັກ ຫາ ສະໜາມບິນສາກົນວັດໄຕ, ເສັ້ນທາງ ຫາ ຕະຫາດຊັນຈຽງ ແລະ ເສັ້ນທາງອອກຕ່າງແຂວງແລ້ວ ພວກເຮົາແມ່ນຈະໄດ້ເປີດຄືນທັງໝົດ. ທັງນີ້, ພວກເຮົາໄດ້ຫຼຸດຈຳນວນຖ້ຽວ ລວມທັງຈໍານວນລົດເມ ທີ່ໃຫ້ບໍລິການແຕ່ລະເສັ້ນທາງລົງເພື່ອໃຫ້ແທດເໜາະກັບຈຳນວນຜູ້ໂດຍ ສານ.
ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນໄດ້ເປີດບໍລິການຄືນແລ້ວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD