ລັດເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນຜູ້ຫາເຊົ້າ-ກິນຄໍ່າ ທີ່ດໍາລົງຊີວິດໃນຕົວເມືອງໃຫຍ່.
ເນື່ອງຈາກປະຊາຊົນຜູ້ຫາເຊົ້າ-ກິນຄໍ່າ ທີ່ດໍາລົງຊີວິດໃນຕົວເມືອງໃຫຍ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດໂຄວິດ 19 ຢ່າງໜັກ ເຊິງເປັນຜູ້ປະກອບອາຊີບນອກລະບົບປະກັນສັງຄົມ, ຕາມການລາຍງານຂອງໜັງສືພິມວຽງຈັນທາມ ເມື່ອວັນທີ 22 ເມສານີ້ວ່າ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່ຳລັງຄົ້ນຄ້ວາ ແລະ ເລັ່ງຊ່ວຍເຫຼືອປະຊາຊົນເຫລົ່ານີ້ຢູ່.
 |
ພາບ: laopost.com |
ອີງຕາມບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະເໜີຕໍ່ກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19ໃນວັນທີ 20 ເມສາ 2020 ທີ່ຜ່ານມາ ວ່າ ນະໂຍບາຍໃຫ້ການຊ່ວຍເຫຼືອລວມມີ ການຈ່າຍເງິນສົດໃຫ້ກຸ່ມເປົ້າໝາຍ 100,000 ກີບ/ຄົນ ໄລຍະ 3 ເດືອນ, ເຊີ່ງເປັນການປະຕິບັດນະໂຍບາຍ ຄືກັນກັບຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື ໃນຜ່ານມາ, ພ້ອມກັນນີ້ ກໍ່ໃຫ້ມີການຫຼຸດຜ່ອນ ຫຼື ເລື່ອນການຈ່າຍຄ່າເຊົ່າທີ່ອາໄສ ສໍາລັບຜູ້ທີ່ຢູ່ຫ້ອງເຊົ່າ ໂດຍແມ່ນເຈົ້າຂອງກິດຈະການຫ້ອງເຊົ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອ.
ກຸ່ມເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແລະ ການຊ່ວຍເຫຼືອ ແມ່ນຜູ້ອອກແຮງງານ ຢູ່ຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼີ້ນກິລາ, ຕະຫຼາດກາງຄືນ, ໂຮງງານຕັດຫຍິບ, ການບໍລິການທ່ອງທ່ຽວ, ໂຮງງານອື່ນໆ
ເບິ່ງລາຍລະອຽດໄດ້ທີ່:
ລັດເລັ່ງຊ່ວຍເຫຼືອປະຊາຊົນຜູ້ຫາເຊົ້າ-ກິນຄໍ່າ ທີ່ດໍາລົງຊີວິດຕົວເມືອງໃຫຍ່ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido