04 Jul
04Jul

ລັດຖະບານເລັ່ງຟື້ນຟູການທ່ອງທ່ຽວພາຍໃນລາວ.

    ພາຍຫລັງສະຖານະການໂຄວິດ-19 ໃນ ສປປ ລາວ ຜ່ອນຄາຍລົງ, ລັດຖະບານ ໄດ້ມີນະໂຍບາຍຕ່າງໆ ໂດຍສົມທົບກັບຂະແໜງສາທາລະນະສຸກຂັ້ນສູນກາງ ແລະ ທ້ອງຖິ່ນ, ຊຸກຍູ້ພາກທຸລະກິດ ສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ ເພື່ອສົ່ງເສີມການທ່ອງທ່ຽວແບບ “ລາວທ່ຽວລາວ” ເພື່ອຊ່ວຍຫລຸດຜ່ອນຜົນກະທົບຕໍ່ເສດຖະກິດລາວ ຊຶ່ງລັດຖະບານໄດ້ອອກຂໍ້ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດທ່ອງທ່ຽວກ່ຽວກັບມາດຕະການເພື່ອຟື້ນຟູການທ່ອງທ່ຽວ.
ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງຖະແຫ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານໃຫ້ຮູ້ໃນວັນທີ 1 ກໍລະກົດ 2020 ນີ້ວ່າ: ເພື່ອຊຸກຍູ້ສົ່ງເສີມການທ່ອງທ່ຽວລາວໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ ແລະ ກະຕຸ້ນການທ່ອງທ່ຽວແບບ “ລາວທ່ຽວລາວ”
ກະຊວງ ຖວທ ກໍຄືລັດຖະບານ ໄດ້ຊຸກຍູ້ພາກທຸລະກິດຮ່ວມກັນສ້າງລາຍການທ່ອງທ່ຽວໃຫ້ຫລາກຫລາຍ, ມີສ່ວນຫລຸດຫລາຍຮູບແບບ ເປັນຕົ້ນສ່ວນຫລຸດລາຍການທ່ອງທ່ຽວ, ສ່ວນຫລຸດໂຮງແຮມ, ເຮືອນພັກ, ຮ້ານອາຫານ-ເຄື່ອງດື່ມ ແລະ ອື່ນໆ, ຊຸກຍູ້ໃຫ້ແຕ່ລະແຂວງ ຫລື ຕົວເມືອງທ່ອງທ່ຽວສ້າງກິດຈະກໍາການທ່ອງທ່ຽວທີ່ຕິດພັນກັບວັດທະນະທໍາ, ຮີດຄອງປະເພນີຂອງທ້ອງຖິ່ນ, ວິຖີຊີວິດຂອງທ້ອງຖິ່ນ, ຫັດຖະກໍາທ້ອງຖິ່ນ, ອາຫານທ້ອງຖິ່ນ ແລະ ການທ່ຽວຊົມທໍາມະຊາດ.
ພາບ: laophattananews.com
    ຟື້ນຟູຄວາມເຊື່ອໝັ້ນຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນນີ້ເນັ້ນໃສ່ດ້ານມາດຕະການດ້ານຄວາມປອດໄພ, ວິທີການຮັກສາສຸຂະອະນາໄມ, ການກະກຽມການປ້ອງກັນຕົນເອງກ່ອນການ ເດີນທາງ, ກ່ຽວກັບບັນຫາດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງນັກທ່ອງທ່ຽວ ຜູ້ໃຫ້ບໍລິການຂອງພາກລັດ ແລະ ພາກທຸລະກິດ ໃນຂະແໜງການທ່ອງທ່ຽວ ພ້ອມສົ່ງເສີມຜະລິດຕະພັນການທ່ອງທ່ຽວທີ່ໂດດເດັ່ນຂອງລາວ ເພື່ອໃຫ້ຄົນລາວອອກເດີນທາງທ່ອງທ່ຽວ ພາຍໃນ “ລາວທ່ຽວລາວ”
“ລາວທ່ຽວລາວ” ລັດຖະບານເລັ່ງຟື້ນຟູການທ່ອງທ່ຽວພາຍໃນລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING