ວາງແຜນການວຽກງານການຕ້ານການຄ້າມະນຸດໃນປີ 2020.
ໃນວັນທີ 30 ກໍລະກົດ 2020 ຢູ່ທີ່ ກະຊວງແຜນການ ແລະ ການລົງທືນໄດ້ຈັດປະຊຸມກ່ຽວກັບການຕ້ານການຄ້າມະນຸດໂດຍ ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ພ້ອມດ້ວຍຄະນະກໍາມະການ ແລະ ບັນດາຄະນະກໍາມະການ ມາຈາກຂະແໜງການຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.
ພາບ: www.allinlaos.com ທ່ານ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ (ຜູ້ປະຈໍາການ) ໄດ້ຜ່ານບົດສະຫຼຸບ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ກ່ຽວກັບວຽກງານຕ້ານກາານຄ້າມະນຸດໂດຍໃຫ້ຮູ້ວ່າ: ໃນໄລຍະ 06 ເດືອນຜ່ານມາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ນະຄອນຫຼວງ ແມ່ນໄດ້ສຸມໃສ່ປັບປຸງນິຕິກໍາ, ປັບປຸງກົນໄກທີ່ກ່ຽວຂ້ອງກັບວຽກງານຕ້ານການຄ້າມະນຸດ ເປັນຕົ້ນ: ໄດ້ສ້າງຄະນະກໍາມະການຕ້ານການຄ້າມະນຸດ ສໍາເລັດ 16 ແຂວງ, ໄດ້ເອົາໃຈໃສ່ເຮັດວຽກງານໂຄສະນາສຶກສາອົບຮົມ ດ້ວຍຫຼາຍຮູບຫຼາຍສີຫຼາຍວິທີ, ສ້າງບົດເພງ, ລະຄອນສັ້ນ, ລະຄອນຍາວ, ໂຄສະນາຜ່ານວິທະຍຸ, ໂທລະພາບ, ສື່ສັງຄົມອອນລາຍ ແລະ ລົງໂຄສະນາ ເພື່ອເຮັດໃຫ້ປະຊາຊົນບັນດາຊັ້ນຄົນໂດຍສະເພະາຊາວໜຸ່ມເຍົາວະຊົນ ນັບທັງສູນກາງ ແລະ ທ້ອງຖິ່ນທີ່ຢູ່ຫ່າງໄກສອກຫຼີກ ໄດ້ຮັບຮູ້-ເຂົ້າໃຈຕໍ່ຜົນຮ້າຍຂອງການຄ້າມະນຸດ, ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ, ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການທາງດ້ານກົດໝາຍ ຕໍ່ຜູ້ກະທໍາຜິດໂດຍກໍານົດເອົາ, ນາຍໜ້າ, ຫົວໂປ່ໂຕການໄດ້ຈໍານວນໜຶ່ງມາດໍາເນີນຄະດີຕາມກົດໝາຍ.
ວາງແຜນການ ແລະ ທົບທວນວຽກງານການຕ້ານການຄ້າມະນຸດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์