01 Aug
01Aug

ວັດກາງບ້ານລິງຊັນ ເປັນວັດທີ່ເກົ່າແກ່ທີ່ໜ້າສົນໃຈໃນການສືກສາຄົ້ນຄວ້າ.

    ແຕ່ກ່ອນນັ້ນ ບ້ານຫລິ່ງນັ້ນແຫ່ງນີ້ແມ່ນມີຊື່ວ່າ ເມືອງຫົງຄຳ ເຊິ່ງມີຂອບເຂດຕັ້ງແຕ່ຫ້ວຍຊາຍຂາວ ( ບ້ານຫ້ວຍຊາຍຂາວ ) ຈົນເຖິງເຂດຕົ້ນໂພທິ໌ 3 ຕົ້ນ ອົ້ນ 3 ຂວຍ ຈົນໄປຮອດເຂດບ້ານຫນອງສ້າງຄູ່ ( ເຂດບ້ານເກີນ ) ແລະມີຄວາມເຊື່ອກັນມາວ່າຄົນຂອງບ້ານແຫ່ງນີ້ ບາງສ່ວນ ແມ່ນເດີນທາງມາກັບຂະບວນຂອງພຣະບາງ ທີ່ເຈົ້າຟ້າງຸ່ມໄດ້ຮັບແລະອັນເຊີນມາຈາກເມືອງອິນທະປັດຕະນະຄອນ.

ພາບ: www.allinlaos.com

    ກ່ອນທີ່ຈະອັນເຊີນພຣະບາງເຈົ້າໄປປະດິດຢູ່ທີ່ນະຄອນຊຽງດົງ-ຊຽງທອງ ເຈົ້າຟ້າງຸ່ມ ແຫລ່ງຫລ້າທໍຣະນີເຈົ້າ ກໍ່ໄດ້ເອົາພຣະບາງ ປະດິດສະຖານໄວ້ທີ່ເມືອງວຽງຄຳ ແຫ່ງນີ້ເປັນເວລາ 143 ປີ ເຊິ່ງໃນເຂດເມືອງວຽງຄຳແຫ່ງນີ້ ກໍ່ຢູ່ໃນບໍລິເວນດຽວກັນກັບເມືອງຫົງຄຳ ຫລິ່ງຊັນແຫ່ງນີ້.

    ເມື່ອປີ ຄສ 1349 ໄດ້ມີການສ້າງພຣະເຈົ້າອົງຫລວງ ທີ່ວັດກາງບ້ານຫລິ່ງຊັນແຫ່ງນີ້ ຫລັງຈາກນັ້ນມາ ເຈົ້າໄຊຍະເສດຖາທິຣາຊ ກໍ່ໄດ້ມີການມາບູຣະນະປະຕິສັງຂອນວັດແຫ່ງນີ້ອີກນຳດ້ວຍ ຜູ້ເຖົ້າຜູ້ແກ່ ຫລືຄົນແຖບນີ້ແມ່ນມີຄວາມເຊື່ອວ່າ ບ້ານຫລິ່ງຊັນ ມີປະຫວັດສາດຄວາມເປັນມາແລະເກົ່າແກ່ກວ່າເມືອງວຽງຄຳ ແລະເຊື່ອວ່າເກົ່າແກ່ກວ່າທຸກໆເມືອງໃນແຂວງວຽງຈັນ ອີກດ້ວຍ.

 ເມື່ອບໍ່ດົນຜ່ານມານີ້ ເພິ່ນຍັງຂຸດຄົ້ນວັດຖຸບູຮານຕ່າງໆ ເຊັ່ນ ພຣະພຸທທະຮູບດິນເຜົາ ພຣະບຸເງິນ ພຣະບຸຄຳ ແລະເຄື່ອງປັ້ນດິນເຜົາແບບຕ່າງໆ ໃນບໍລິເວນວັດກາງແຫ່ງນີ້ ເຊິ່ງເປັນສູນກາງຂອງວຽກງານການຜະລິດພຣະພຸທທະຮູບດິນເຜົາ ທີ່ສົ່ງເຂົ້າໄປເມືອງວຽງຈັນ ເພື່ອນຳໄປໃຫ້ຄົນທັງຫລາຍໄດ້ນຳເອົາເງິນ ເອົາຄຳ ປະກອບເປັນພຣະບຸເງິນ ພຣະບຸຄຳ ຕາມວັດຕ່າງໆ ເຊັ່ນ : ວັດສີສະເກດເປັນຕົ້ນ….
ວັດກາງ ວັດເກົ່າແກ່ ບ້ານລິງຊັນ ເມືອງທຸລະຄົມ ແຂວງວຽງຈັນ



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING