12 Jun
12Jun

ວັດຕາແຫຼວເກົ່າ ບູຮານສະຖານທີ່ເກົ່າແກ່ຂອງແຂວງສະຫວັນນະເຂດ.

ວັດຕາແຫຼວເກົ່າ ແມ່ນວັດຮ້າງທີ່ບໍ່ມີພະສົງພຳນັກຢູ່ແລ້ວເພາະຖືກທຳລາຍຈົນເຫຼືອແຕ່ຊາກຫັກພັງດ້ວຍນ້ຳມືຂອງສົງຄາມໃນຊຸມປີ 1960. ຕາມຂໍ້ມູນທີ່ຜູ້ຂຽນໄດ້ມາ, ວັດນີ້ສ້າງຂຶ້ນໃນປີ 1918 ໂດຍການນຳພາຂອງ ພະຄູຈຽງ ຫຼື ຍາທ່ານຈຽງທິຄາຍຸໂກ ເຊິ່ງແມ່ນລູກຂອງ ທ້າວ ວາດ ມະນີວົງ ຊື່ ທ້າວ ອຸງ , ປ່ຽນຊື່ ມາເປັນພະຄູຈຽງ ( ຍາທ່ານຈຽງ ທິຄາຍຸໂກ ) ພະອົງນີ້ມີຈິດໃຈເອື້ອເພື້ອເພື່ອແຜ່ຢຶດໝັ້ນໃນຫຼັກທຳມະ, ທ່ານໄດ້ນຳພາອອກຕົນ ຍາດໂຍມພາຍໃນບ້ານຕາແຫຼວ ສ້າງກຸດຕິວິຫານ ແລະ ກໍ່ກຳແພງອ້ອມວັດ, ສ້າງກຸຕິວິຫານ ແລະ ກໍ່ກຳແພງອ້ອມວັດ ເຊິ່ງວັດສະດຸທີ່ນຳມາສ້າງນັ້ນປະກອບດ້ວຍໄມ້ເນື້ອແຂງ, ດິນຈີ່ ແລະ ປູນ.
ພາບ: laopost.com
ພາຍໃນວິຫານ ມີການປະດັບປະດາດ້ວຍຮູບແຕ້ມຝາຜະໜັງ, ຮູບສະຫຼັກ, ຮູບປັ້ນ ແລະ ຮູບຄວັດລາຍ ດ້ວຍຊ່າງຜູ້ມີສີມືປານີດບັນຈົງ. ແນວໃດກໍຕາມ ມາຮອດປີ 1969, ດ້ວຍໄພສົງຄາມ ວັດຕາແຫຼວເກົ່າ ແລະ ບ້ານເຮືອນປະຊາຊົນໃກ້ຄຽງກໍຖືກລູກສອນໄຟ ແລະ ລະເບີດທຳລາຍ ປະຊາຊົນ ແລະ ພະສົງຕ່າງກໍແຕກສະຫຼຸຜຸຜ່າຍເພື່ອເອົາຕົວລອດ ເຫຼືອໄວ້ແຕ່ຊາກຫັກພັງຂອງວັດດັ່ງທີ່ເຫັນໃນປັດຈຸບັນ.ຮູບຊົງຂອງວິຫານ ການອອກແບບອາຄານແມ່ນມີຄວາມປານີດ ເປັນການຜະສົມຜະສານລະຫວ່າງຮູບຄວັດລາຍແບບລາວ ແລະ ໂຄງສ້າງຕຶກແບບຕາເວັນຕົກ.
ວັດຕາແຫຼວເກົ່າ ບູຮານສະຖານຂອງເມືອງຈຳພອນ ສະຫວັນນະເຂດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์

Comments
* The email will not be published on the website.
I BUILT MY SITE FOR FREE USING