ວັດພະບາດ ພະທາດຄູ່ບ້ານຄູ່ເມືອງຂອງ ເມືອງທ່າພະບາດ ແຂວງບໍລິຄຳໄຊ.
ວັດພະບາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ ເປັນວັດເກົ່າແກ່ມີຊື່ສຽງແຫ່ງໜຶ່ງ ໃນຈຳນວນບັນດາວັດທີ່ ຕັ້ງຢູ່ລຽບແຄມທາງເລກທີ 13 ໃຕ້ໄກຈາກນະຄອນຫຼວງລົງໄປທາງໃຕ້ປະມານ 80 ກິໂລແມັດ ຄວາມມີຊື່ສຽງທີ່ພຸດທະສາສະນິກະຊົນນິຍົມສັດທາ ບໍ່ສະເພາະແຕ່ໃນ ແຂວງບໍລິຄຳໄຊ ແລະ ນະຄອນຫຼວງເທົ່ານັ້ນ ແຕ່ຢູ່ທາງລຽບຝັ່ງຂອງ ເບື້ອງປະເທດໄທ ກໍຖືວ່າເຫຼື້ອມໃສສັດທາ ຕໍ່ວັດພະບາດ ເໝືອນກັນ.
ສິ່ງສຳຄັນພາຍໃນວັດມີ ຮອຍພະພຸດທະບາດ(ຮອຍຕີນພະພຸດທະເຈົ້າ), ອາຄານສະຖານທີ່ເກົ່າແກ່ ແລະອົງພະທາດ ເຊິ່ງຖືວ່າເປັນພະທາດສັກສິດຄູ່ບ້ານຄູ່ເມືອງຂອງແຂວງບໍລິຄຳໄຊກໍວ່າໄດ້, ເປັນວັດໜຶ່ງທີ່ເກົ່າແກ່ ຂອງຊາວເມືອງທ່າພະບາດ ແລະ ປະຊາຊົນຊາວພຸດທະສາສະໜາ ໄດ້ໃຫ້ເຄົາລົບນັບຖື ແລະ ສັກກະລະບູຊາ ມາເປັນເວລາເຫິງນານ
ໃຜໄດ້ມີໂອກາດຜ່ານມາ ກໍ່ຕ້ອງໄດ້ແວ່ກາບໄຫວ້ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ຕົນເອງ ບໍ່ວ່າຈະເຮັດຫຍັງຕ່າງໆນາໆ, ແມ່ນແຕ່ການເດີນທາງ ກໍ່ຍັງເຊື່ອວ່າຖ້າໄດ້ຂໍພອນ ຈາກສະຖານທີ່ສັກສິດນີ້ ກໍ່ຈະເດີນທາງດ້ວຍຄວາມສະດວກ ແລະ ປອດໄພ.
ພາບ: www.laogov.gov.laສະນັ້ນ ຄວາມເປັນມາ ແລະ ປະຫວັດຂອງວັດແຫ່ງນີ້ ຈຶ່ງມີເລົ່າຂານ ກັນຍາວນານ ແລະ ໄດ້ມີການປະຕິສັງຂອນ ຈົນເຖີງປະຈຸບັນ. ການປະຕິສັງຂອນວັດພະບາດແມ່ນ 2 ຄັ້ງ ໂດຍແມ່ນພະອາຈານ ສີທັດ ຍານະສໍາປັນໂຍ (ຫຼື ພໍ່ສີທັດ) ແລະ ພະອາຈານ ຄູເພົ້າ ພຸດທະວັງໂສ (ພໍ່ເພົ້າ). ວັດພະບາດແຕ່ກ່ອນ ແມ່ນເປັນວັດຮ້າງ ແລະ ຕໍ່ມາໃນໄລຍະໜຶ່ງ ເພິ່ນໄດ້ພົບເຫັນ ຫີນສີລາຈາລຶກ ຢູ່ວັດຮ້າງແຫ່ງນັ້ນ ເຊິ່ງຫ່າງຈາກຮອຍພະບາດ ປະມານ 300 ແມັດ ໄປທາງທິດໃຕ້, ແຕ່ໂຕເລກ ໃນຫີນສິລານັ້ນບໍ່ບອກແຈ້ງ ມີແຕ່ຕົວເລກທຳ ທີ່ຂຽນວ່າ 902 ເທົ່ານັ້ນ. ເພິ່ນສັນນິຖານວ່າ ອາດຈະແມ່ນ ຄ.ສ 902.
ວັດພະບາດ ນະມັດສະການພະທາດຄູ່ເມືອງຂອງ ເມືອງທ່າພະບາດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່
DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์