ວັດສີມຸງຄຸນ ເມືອງຊຳໃຕ້ ບູຮານສະຖານທີ່ຖືກລືມ.
ວັດສີມຸງຄຸນ ຫຼື ວັດອົງຕື້ ຕັ້ງຢູ່ບ້ານຊຳໃຕ້ເກົ່າ ຫ່າງຈາກເທດສະບານເມືອງ 2 ກິໂລແມັດ. ວັດສີມົງຄຸນ ເລີ່ມສ້າງຂຶ້ນປີ ຄສ 1917-1925, ເຊິ່ງປະກອບມີ: ພະທາດສູງ 30 ແມັດ 2 ຕົ້ນ, ທາດດອກບົວ 2 ຕົ້ນ ແລະ ຫໍສົງ 2 ຫໍ ຫຼັງຈາກນັ້ນ ກໍ່ໄດ້ມີພິທີຂອດສີມວັດ, ສູດສົມໂພດພະ ແລະ ສູດເບີກວັດພ້ອມກັນ ໃນປີ ຄສ 1932. ນັບແຕ່ນັ້ນມາ ວັດສີມົງຄຸນ ແລະ ພະທາດເຈດີສອງຕົ້ນ ໄດ້ເປັນທີ່ເຄົາລົບນົບໄຫ້ວ ເປັນຫຼັກບ້ານຫຼັກເມືອງ ຂອງຊາວເມືອງຊຳໃຕ້ຕະຫຼອດມາ.
ໃນເຟສບຸກຊື່ Kay Intarasopa ຂຽນເອົາໄວ້ຢ່າງໜ້າສົນໃຈ ກ່ຽວກັບ ວັດ ສີມຸງຄຸນ ເມືອງຊຳໃຕ້ ແຂວງຫົວພັນ ເນື້ອໃນລາຍລະອຽດດັ່ງນີ້.
ຕາມທີ່ຂ້າພະເຈົ້າໄດ້ສຶກສາເອກະສານ “ໃບຈູມຫຼືໃບຈຸ້ມ” ຫຼື “ໜັງສືພະລາຊະອົງການ” ຂອງອານາຈັກລ້ານຊ້າງ ທີ່ເກັບຮັກສາໄວ້ທີ່ຫໍສະໝຸດແຫ່ງຊາດ ຂອງໄທ ມີເອກະສານໃບຈຸ້ມ 3 ສະບັບ ທີ່ເຮັດໃຫ້ຂ້າພະເຈົ້າແນ່ໃຈວ່າ ວັດສີມຸງຄຸນ ເມືອງຊຳໃຕ້ນັ້ນ ສ້າງຂຶ້ນໂດຍພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້ ເອກະສານທັງ 3 ສະບັບໄດ້ແກ່
ໃບຈຸ້ມເລກທີ 2 ຂອງທ້າວອົງລອງ ມີໄປຍັງພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້.
ໃບຈຸ້ມເລກທີ 1 ຂອງເຈົ້າອຸປະຮາດນອງ ຫຼື ທ້າວນອງ ມີໄປຍັງພະຍາສີມຸນເມືອງ ຫົວພັນເມືອງຊຳໃຕ້.
ໃບຈຸ້ມເລກທີ 15 ຂອງເຈົ້າອົງບຸນ ຫຼື ພະເຈົ້າສິລິບຸນຍະສານ ມີໄປຍັງພະຍາສີມຸງຄຸນ ບຸນເຮືອງອຸດໄທທານີ ຫົວພັນເມືອງຊຳໃຕ້.
ພາບ: Kay Intarasopaໃບຈຸ້ມເລກທີ 2 ເຊິ່ງເປັນໃບຈຸ້ມຂອງ ເຈົ້າອົງລອງຫຼືພະນາມໃນໃບຈຸ້ມວ່າ ສົມເດັດບໍລົມມະບໍພິດ ພະມະຫາທັນລະມິກ ລາຊາທິລາດຈັກກະພັດພູມິນ ທະລາມະຫາອຸປະຮາດເຈົ້າ ລົງສັກກະຫຼາດ 100 (ຄືຈຸລະສັກກະລາດ 1100) ຫຼື ພສ 2281 ຄວາມໂດຍຫຍໍ້ວ່າ:“ຊົງພະລາຊະກະລຸນາ ໃສ່ຫົວພະຍາສີມຸງຄຸນ (ຫົວພັນເມືອງຊຳໃຕ້) ພະຍາສີບູລົມມະລາຊາ (ແສນເມືອງ) ແລຂຸນເມືອງຊຳໃຕ້ ໃຫ້ພ້ອມກັນພີພັກຮັກສາລູກຫຼານ ໝູ່ຊຸມຂ້າໂອກາດ ຢາຍທານ ສັບພະນ້ຳໜອງກອງຂ້ອຍ ຊາວບ້ານຊາວເມືອງ ເຂດແດນເມືອງຊຳໃຕ້ທັງມວນ ກ້ຳຕາເວັນອອກຜາໄດເປັນເຂດ ຕາເວັນຕົກແມ່ນ້ຳຫາງໜູເປັນເຂດ ທາງໃຕ້ສົບເຄິນ ທາງເໜືອພູແກວແດນຫິນຕັ້ງເບ້ຍ ເປັນເຂດດິນເມືອງ ຊຳໃຕ້ມີແຕ່ໃດໃຫ້ພະຍາສີມຸງຄຸນ ພະຍາສີບູລົມລາຊາ ແລຂຸນເມືອງຊຳພິພັກຮັກສາໄວ້ໃຫ້ດີ”
ວັດສີມຸງຄຸນ ເມືອງຊຳໃຕ້ ແຂວງຫົວພັນ ບູຮານສະຖານທີ່ຖືກລືມຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์