17 Jul
17Jul

ວັດເພຍວັດ ວັດເກົ່າແກ່ເມືອງຄູນ ແຂວງ ຊຽງຂວາງ ມີອາຍຸ ເກືອບພັນປີ.

    ແຂວງຊຽງຂວາງຖືວ່າເປັນແຂວງໜືງທີ່ມີແຫລ່ງທ່ອງທ່ຽວທີ່ມີຊື່ສຽງ ແລະ ວັດຖະນາທຳອັນສວຍງາມຢ່າງຫລວງຫລາຍ, ເວົ້າໄດ້ວ່າເປັນແຂວງທີ່ມີວັດຖະນາທຳ ແລະ ປະຫວັດສາດອັນເກົ່າແກ່ຫລາຍ ບໍ່ວ່າຈະບໍ່ນ້ຳອຸນ, ບໍ່ວ່າຈະເປັນທົ່ງໄຫຫິນ ທີ່ມີໄຫຫິນທີ່ໃຫຍ່ໜ້າອັດສະຈັນ ແລະ ຖ້ຳປະຫວັດສາດ, ຂຸມລະເບີດຕ່າງຍັງຄົງສາມາດເຫັນໄດ້ຢູ່ທີ່ຊຽງຂວາງ.

ພາບ: news.com.la

    ວັດເພຍວັດແຫ່ງນີ້ ກໍແມ່ນອີກໜຶ່ງຂອງສະຖານທີ່ເກົ່າແກ່ ແລະ ເປັນບ່ອນສັກກະລະບູຊາ ແລະ ກາບໄຫວ້ ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງຊາວຊຽງຂວາງ ກໍ່ຄືນັກທ່ອງທ່ຽວທີ່ເດີນທາງຜ່ານ ແລະ ຢ້ຽມຢາມແຂວງຊຽງຂວາງ ເພາະກ່ອນຈະເຂົ້າຕົວເມືອງຄູນ ກໍ່ຮອດວັດເພຍວັດ ທີ່ຕັ້ງຢູ່ທາງເຂົ້າເມືອງ, ຍ້ອນມີເອກະລັກພິເສດ ເພາະຢູ່ເຂດວັດນີ້ ມີຊາກເສົາເກົ່າແກ່ຕັ້ງຊີ້ຟ້າ ໂດຍປາສະຈາກຫລັງຄາ ຍ້ອນຖືກທຳລາຍໃນປາງສົງຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ ແມ່ນຍັງມີພະພຸດທະຮູບອົງໃຫຍ່ ຕັ້ງສະຫງ່າຢູ່.
ຕາມການບອກເລົ່າທີ່ສືບສານກັນມາຫລາຍຮ້ອຍປີວ່າ:
ວັດເພຍວັດ ຖືກສ້າງຂຶ້ນໃນປີ ຈຸນລະສັກກະລາດ 744 ຫລື ຈສ 744 ເຊິ່ງເປັນແຫ່ງທຳອິດ ທີ່ສ້າງຂຶ້ນຢູ່ດິນເມືອງພວນ ມີເຈົ້າລານຄຳກອງ ເປັນອາດຍາປົກຄອງເມືອງ ໄດ້ນຳພາປະຊາຊົນ ໂດຍມີອາຈານທຳມະຄາຖາຜູ້ທີ່ເຄີຍສ້າງວັດຢູ່ເມືອງ ຫລວງພະບາງມາແລ້ວ ນຳພາສ້າງ. ຫລັງຈາກສ້າງສຳເລັດ ເຈົ້າລານຄຳກອງ ໄດ້ອັນເຊີນພະພຸດທະຮູບອົງສັກສິດ (ພະເຈົ້າອົງຕື້) ຈາກຫົງສາວະດີ (ມຽນມາໃນປັດຈຸບັນ) ມາປະທັບໄວ້ວັດດັ່ງກ່າວ.
ໃນຍຸກນັ້ນເມືອງພວນຈະເລີນຮຸ່ງເຮືອງທີ່ສຸດ ດັ່ງນັ້ນ, ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນຂອງພະສົງສາມະເນນ. ແຕ່ພໍຕົກມາຊຸມປີ ຈສ 1287 ຫລື ປີ ຄສ 1874 ສົງຄວາມພາຍນອກ (ເສິກຫໍ້) ໄດ້ເຂົ້າມາມ້າງເພທຳລາຍ ເຊິ່ງພວກເຂົາໄດ້ຕັດແຂນຊ້າຍ ຂອງພະເຈົ້າອົງຕື້ອອກ ເພື່ອຊອກຫາໂລຫະທີ່ມີຄ່າ ແຕ່ສິມຍັງບໍ່ຖືກທຳລາຍ.

ວັດເພຍວັດ ວັດເກົ່າແກ່ມີອາຍຸເກືອບພັນປີທີ່ເມືອງຄູນ ແຂວງຊຽງຂວາງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING