ສປປ ລາວ ກຽມສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດຢູ່ລາວ.
ອີງຕາມການລາຍງານຂ່າວຈາກ ໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າ ດ້ວຍສາຍພົວພັນການຮ່ວມມື ຂອງ ສປປ ລາວ ແລະ ອະດີດສະຫະພາບໂຊວຽດ (ຣັດເຊຍໃນປະຈຸບັນ) ໄດ້ກຽມຈັດໂຄງການ ກໍ່ສ້າງອານຸສາວະລີນັກບິນທະຫານຂອງອະດີດສະຫະພາບໂຊວຽດຢູ່ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ໂດຍໃຫ້ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການ ຄົບວົງຈອນ SCS ເປັນຜູ້ຮັບເໝົາກໍ່ສ້າງ.
ໃນວັນທີ 5 ມິຖຸນາ 2020 ທີ່ຜ່ານມາ, ກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງ ອານຸສາວະລີນັກບິນທະຫານ ຂອງອະດີດສະຫະພາບໂຊວຽດທີ່ໄດ້ເສຍຊີວິດໃນການປະຕິບັດ ພັນທະສາກົນຢູ່ ສປປ ລາວ ລະຫວ່າງກົມໃຫຍ່ການເມືອງກອງ ທັບປະຊາຊົນລາວ ໃນນາມເຈົ້າ ຂອງໂຄງການ ແລະ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງ ຈອນ SCS ໃນນາມຜູ້ຮັບເໝົາກໍ່ສ້າງໃຫ້ສຳເລັດຕາມແຜນການ, ເຊິ່ງກຳນົດເວລາການກໍ່ ສ້າງ 5 ເດືອນ ນັບແຕ່ວັນເຊັນສັນຍາເປັນຕົ້ນໄປ, ລວມມູນຄ່າໃນການກໍ່ສ້າງທັງໝົດ 7 ຕື້ກວ່າກີບ, ເຊິ່ງເປັນງົບປະມານຂອງກະຊວງປ້ອງກັນປະເທດ.
ພາບ: laopost.comຕາງໜ້າກົມໃຫຍ່ ການເມືອງກອງທັບຮ່ວມລົງນາມ ໂດຍ ທ່ານ ພົນຕີ ສອນທອງ ພົມລາວົງ ກໍາມະການ ຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ.ຕາງໜ້າຜູ້ຮັບເໝົາກໍ່ສ້າງໂດຍ ແມ່ນ ທ່ານ ສົມພັດ ສຸພັດທອນ ປະທານບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS, ໂດຍຊ້ອງໜ້າທ່ານ ພົນຕີ ແອສະໄໝ ເລືອງວັນໄຊ ກຳມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ກຽມສ້າງອະນຸສາວະລີນັກບິນທະຫານອະດີດສະຫະພາບໂຊວຽດຢູ່ລາວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์