ສປປ ລາວ ບໍ່ອະນຸຍາດໃຫ້ຄິດໄລ່ “ດອກຢອງດອກ” ແລະ ດອກເບ້ຍສູງສຸດບໍ່ໃຫ້ເກີນ 36% ຕໍ່ປີ
ເວັບໄຊ idsala.com ລາຍງານວ່າ ໃນວັນທີ່ 4 ພຶດສະພາ 2020, ອີງຕາມປະມວນກົດໝາຍແພ່ງ ສະບັບເລກທີ 55/ສພຊ, ລົງວັນທີ 6 ທັນວາ 2018 ລະບຸໄວ້ໃນມາດຕາທີ 430 ວ່າ: ສັນຍາກູ້ຢືມ ແມ່ນການຕົກລົງຂອງຄູ່ສັນຍາ, ເຊິ່ງຜູ້ໃຫ້ຢືມໄດ້ເອົາເງິນ ຫຼື ຊັບສິ່ງຂອງຂອງຕົນໃຫ້ເປັນກຳມະສິດແກ່ຜູ້ກູ້ຢືມ ແລະ ຜູ້ກູ້ຢືມຕ້ອງສົ່ງຈຳນວນເງິນ ແລະ ຊັບສິ່ງຂອງປະເພດທີ່ກູ້ຢືມນັ້ນ ຕາມຈຳນວນເທົ່າທຽມກັນ ແລະ ຄຸນນະພາບດຽວກັນ ຄືນແກ່ຜູ້ໃຫ້ຢືມ ຕາມເວລາທີ່ໄດ້ກຳນົດໄວ້ໃນສັນຍາ.ພາບ: idsala.com
ການກູ້ຢືມເງິນ ຈະມີດອກເບ້ຍ ຫຼື ບໍ່ມີດອກເບ້ຍກໍ່ໄດ້ ແຕ່ຕ້ອງກຳນົດໄວ້ໃນສັນຍາ, ໃນກໍລະນີທີ່ມີການໃຊ້ແທນໜີ້ສິນຊັກຊ້າ ເຊິ່ງສ້າງຄວາມອັບປະໂຫຍດແກ່ຜູ້ໃຫ້ຢືມ, ຜູ້ຢືມອາດມີຄວາມຮັບຜິດຊອບຕໍ່ຄ່າປ່ວຍການຊັບ.
ເຊິ່ງໃນມາດຕາ 431 ຂອງປະມວນກົດໝາຍສະບັບດັ່ງກ່າວລະບຸວ່າ: ໃນກໍລະນີທີ່ມີການຕົກລົງຄິດໄລ່ດອກເບ້ຍ, ດອກເບ້ຍຂອງການກູ້ຢືມເງິນຈາກທະນາຄານ ຫຼື ສະຖາບັນການເງິນອື່ນ ທີ່ສ້າງຕັ້ງຢ່າງຖືກຕ້ອງຕາມກົດໝາຍ ໃຫ້ປະຕິບັດຕາມລະບຽບການຂອງທະນາຄານ ຫຼື ສະຖາບັນການເງິນອື່ນທີ່ໃຫ້ກູ້ຢືມນັ້ນ, ສຳລັບການກູ້ຢືມເງິນນອກທະນາຄານ ຫຼື ສະຖາບັນການເງິນອື່ນນັ້ນ ການຄິດໄລ່ດອກເບ້ຍ ບໍ່ໃຫ້ສູງກວ່າ 36% ຕໍ່ປີ.
ກົດໝາຍ ສປປ.ລາວ ບໍ່ອະນຸຍາດໃຫ້ຄິດໄລ່ເບ້ຍສູງເກີນ 36% ຕໍ່ປີຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD