ໝວດສິນຄ້າສົ່ງອອກຫຼັກ :
ສິນຄ້າສົ່ງອອກຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 208 ລ້ານໂດລາສະຫະລັດ ເຊັ່ນ:
ເຍື່ອໄມ້ ແລະ ເສດເຈ້ຍ 26 ລ້ານໂດລາສະຫະລັດ,
ໝາກກ້ວຍ 21 ລ້ານໂດລາສະຫະລັດ,
ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ 21 ລ້ານໂດລາສະຫະລັດ,
ຄຳປະສົມ, ຄຳແທ່ງ 12 ລ້ານໂດລາສະຫະລັດ, ມັນຕົ້ນ 11 ລ້ານໂດລາສະຫະລັດ, ໝາກໄມ້ (ໝາກໂມ, ໝາກນອດ, ໝາກຂາມ…) 10 ລ້ານໂດລາສະຫະລັດ, ກາເຟ (ບໍ່ທັນໄດ້ປຸງແຕ່ງ) 10 ລ້ານໂດລາສະຫະລັດ, ແຮ່ທອງ 10 ລ້ານໂດລາສະຫະລັດ, ເກືອກາລີ 9 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 5 ລ້ານໂດລາສະຫະລັດ.
ໝວດສິນຄ້ານໍາເຂົ້າຫຼັກ :
ສິນຄ້ານໍາເຂົ້າຫຼັກ ສະເລ່ຍທັງໝົດແມ່ນເປັນເງິນປະມານ 320 ລ້ານໂດລາສະຫະລັດ ເຊັ່ນ: : ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 30 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 30 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 25 ລ້ານໂດລາສະຫະລັດ, ສັດທີ່ມີຊີວິດ 20 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ…) 17 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 14 ລ້ານໂດລາສະຫະລັດ, ໄຟຟ້າ 13 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 12 ລ້ານໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນຕ່າງໆ 11 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) 6 ລ້ານໂດລາສະຫະລັດ.
ການນໍາເຂົ້າ-ສົ່ງອອກຂອງ ສປປ ລາວ ບັນລຸກວ່າ 529 ລ້ານໂດລາຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido