25 Jul
25Jul

ສປປ ລາວ ເປັນໜຶ່ງໃນ 3 ສາຍການບິນທີ່ສາມາດເດີນທາງເຂົ້າຈີນໄດ້.

ຈາກການລະບາດຂອງພະຍາດໂຄວິດ ເຮັດໃຫ້ທຸກການເດີນທາງລະຫວ່າງປະເທດຕ່າງໆຕ້ອງໄດ້ຢຸດເຊົາລົງຊົວຄາວເພື່ອປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ ແຜ່ອອກໄປເປັນວົງກ້ວາງກວ່າເກົ່າດັ່ງນັ້ນຫລາຍໆປະເທດບໍ່ວ່າຈະເປັນປະເທດ ຈີນ, ສປປ ລາວ ແລະ ປະເທດອື່ນໆກໍ່ລ້ວນແລ້ວແຕ່ລະງັບການເດີນທາງເປັນຕົ້ນກໍແມ່ນສາຍການບິນ.
ຕາມການລາຍງານຂອງແຫລ່ງຂ່າວ www.xinhuanet.com ຂອງປະເທດຈີນໃຫ້ຮູ້ວ່າ ຕາມທີ່ເຈົ້າໜ້າທີ່ຄວບຄຸມການບິນພົນລະເຮືອນຂອງຈີນກ່າວໄວ້ໃນວັນທີ 17 ກໍລະກົດຜ່ານມາວ່າ: ສາຍການບິນຍີ່ປຸ່ນ, ສາຍການບິນລາວ, ແລະ ສາຍການບິນ Hainan ໄດ້ຮັບອະນຸຍາດໃຫ້ເພີ່ມຈຳນວນຖ້ຽວບິນລະຫວ່າງປະເທດເນື່ອງຈາກມີມາດຕະການຄວບຄຸມ COVID-19 ທີ່ມີປະສິດຕິຜົນ.
ພາບ: targetlaos.com

ຖ້ຽວບິນ JL829/0 ໂຕກຽວ-Dalian, ຖ້ຽວບິນ QV815/6 ນະຄອນຫຼວງວຽງຈັນ-ຄຸນໝິງ, ຖ້ຽວບິນ HU491/2 ປັກກິ່ງ-ບຣຸກແຊນ ແລະ ຖ້ຽວບິນ HU7975 / 6 ປັກກິ່ງ-Toronto. ຈຳນວນຖ້ຽວບິນເຫຼົ່ານີ້ສາມາດເພີ່ມຂື້ນຈາກ 1-2 ຖ້ຽວຕໍ່ອາທິດ ຈົນຮອດວັນທີ 24 ຕຸລາ, ອີງຕາມຂໍ້ມູນຈາກ CAAC. ສາຍການບິນຍີ່ປຸ່ນ ແລະ ສາຍການບິນລາວແມ່ນສາຍການບິນຕ່າງປະເທດ 2 ແຫ່ງທຳ ອິດທີ່ໄດ້ຮັບອະນຸຍາດໃຫ້ບິນ.
ຈີນເປີນນ່ານຟ້າໃຫ້ສາຍການບິນລາວ ແລະ ອີກສອງສາຍການບິນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING