ສະພາການຄ້າໃຫ້ຄວາມສຳຄັນໃນການສົ່ງເສີມການຜະລິດກະສິກຳ.
ໃນການສົ່ງເສີມທຸລະກິດຂະນາດນ້ອຍ ແລະ ກາງ ໄດ້ມີການໃຫ້ທືນກູ້ຢືມດອກເບ້ຍຕ່ຳທີ່ຜ່ານມາເຫັນວ່າຍັງມີຫລາຍຂັ້ນຕອນທີ່ເຮັດໃຫ້ຜູ້ປະກອບການຂະນາດນ້ອຍຍັງບໍ່ສາມາເຂົ້າເຖິງ ແລະ ມີຫາງສຽງຕ່າງໆອອກມາຈາກບັນດາປະຊາຊົນຜູ້ປະກອບການຕົວຈິງ ແລະ ຍັງຕ້ອງການປັບປຸງແກ້ໄຂໃຫ້ເໝາະສົມເພື່ອການເຂົ້າເຖິງເງິນທຶນໃຫ້ສະດວກ ແລະ ຖືກກຸ່ມເປົ້າໝາຍແທ້.
ສະນັ້ນ, ດັ່ງທີ່ເຮົາຮູ້ກັນດີແລ້ວວ່າ ລັດຖະບານ ແລະ ພາກສ່ວນຕ່າງໆ ໄດ້ເອົາໃຈໃສ່ການຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍສະເພາະຂະແໜງກະສິກຳຖືວ່າເປັນຂະແໜງບູລິມະສິດຕົ້ນຕໍ, ພາກສ່ວນຕ່າງໆກໍ່ກຳລັງສຸມໃສ່ແກ້ໄຂ-ປັບປຸງຂັ້ນຕອນຕ່າງໆໃນການເຂົ້າເຖິງແຫລ່ງທືນໃຫ້ສະດວກ ແລະ ໃຫ້ມີປະສິດທິພາບກວ່າເກົ່າ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ກໍ່ແມ່ນພາກສ່ວນໜຶ່ງທີ່ໄດ້ຜັນຂະຫຍາຍນະໂຍບາຍສົ່ງເສີມ SME ຂອງລັດຖະບານ ໂດຍໄດ້ຄິດຄົ້ນ ຊອກຫາວິທີການສົ່ງເສີມຜູ້ປະກອບການ ແລະ ກຸ່ມຜະລິດທີ່ເຮັດແທ້ທຳຈິງໃຫ້ເຂົາເຈົ້າມີເງິນທຶນໃນການຮັບໃຊ້ທຸລະກິດຂອງເຂົາເຈົ້າຢ່າງພຽງພໍ ແລະ ມີປະສິດທິຜົນ.
ພາບ: targetlaos.com ຕາມຂ່າວ ສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາຍງານວ່າ: ໃນວັນທີ 04 ກັນຍາ 2020 ທີ່ຜ່ານມານີ້ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ມີພິທີເຊັນສັນຍາປ່ອຍເງິນກູ້ສົ່ງເສີມຊາວກະສິກອນແບບດອກເບ້ຍຕ່ຳ ແລະ ບໍ່ມີຫຼັກຊັບຄ້ຳປະກັນ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຄ້ຳປະກັນ) ໂດຍການເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ມີທ່ານ ອ່າໂນ ເກົາລີເຢ ຜູ້ອຳນວຍການໃຫຍ່ທະນາຄານລາວຝຣັ່ງ ທ່ານ ນາງ ຄຳມອນ ຫຼວງລາດ ປະທານກຸ່ມກະສິກຳອິນຊິບ້ານທົ່ງມັ່ງ ແລະມີສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ແລະ ພາກສ່ວນອື່ນໆທັງພາກລັດ ແລະເອກະຊົນເຂົ້າຮ່ວມ.
ຄວາມເປັນມາຂອງໂຄງການດັ່ງກ່າວແມ່ນເລີ່ມຈາກການເຮັດວຽກຮ່ວມກັນຂອງສະພາການຄ້າ ແລະ ອຸດສາຫະກຳນະຄອນຫຼວງວຽງຈັນ ກັບກຸ່ມກະສິກຳອິນຊີບ້ານທົ່ງມັ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຫັນໄດ້ວ່າກຸ່ມກະສິກຳອິນຊີບ້ານທົ່ງມັ່ງ ແມ່ນກຸ່ມໜຶ່ງທີ່ມີຄວາມເຂັ້ມແຂງຫຼາຍດ້ານ ໂດຍສະເພາະແມ່ນການຈັດຕັ້ງນຳພາທີ່ເຂັ້ມແຂງ ເຮັດແທ້ທຳຈິງ ແລະ ມີຕະຫຼາດຮອງຮັບທີ່ແນ່ນອນ ແຕ່ກຸ່ມຊາວສວນຍັງຂາດປັດໄຈຮັບໃຊ້ການຜະລິດຫຼາຍຢ່າງເຊັ່ນ:
ໂຮງເຮືອນປູກຜັກໃນຮົ່ມ, ກົນຈັກຮັບໃຊ້ການຜະລິດ, ລະບົບນ້ຳ, ຝຸ່ນ ແລະ ປັດໄຈຮັບໃຊ້ການຜະລິດອື່ນໆ ທີ່ເຮັດໃຫ້ກຸ່ມດັ່ງກ່າວເສຍໂອກາດຈາກການຂາຍຜົນຜະລິດເຂົ້າສູ່ຕະຫຼາດ ເພາະຕະຫຼາດມີຮອງຮັບຢ່າງຫຼວງຫຼາຍ.
ສະພາການຄ້າປັບປຸງແກ້ໄຂການສົ່ງເສີມການຜະລິດກະສິກຳ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์