16 Aug
16Aug

ສະຫລອງຄົບຮອບ 70 ປີ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ.

    ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ ໃນວັນທີ 14 ສິງຫາ 2020 ນີ້, ຢູ່ນະຄອນຫລວງວຽງຈັນ ໂດຍມີທ່ານນາຍົກລັດຖະມົນຕີ, ພະນັກງານສື່ມວນຊົນ-ການພິມຈໍາໜ່າຍ ທັງພາກລັດ, ເອກະຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າພວມພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ກໍຄືກອງປະຊຸມ 3 ຂັ້ນ ຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະໃນຂົງເຂດວຽກງານ ຖວທ ກໍພວມຂຸ້ນຂ້ຽວກະກຽມກອງປະຊຸມໃຫຍ່ ສະໄໝທີ V ຂອງອົງຄະນະພັກ ກະຊວງ ຖວທ ຊຶ່ງຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ພາບ: targetlaos.com
    ມື້ນີ້ ເປັນມື້ໜຶ່ງທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດທີ່ໜັກແໜ້ນ ເພື່ອພ້ອມກັນລະນຶກ 70 ປີ ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ທີ່ໄດ້ປະກອບສ່ວນໃນຂະບວນການປະຕິບັດພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ໃນແຕ່ລະໄລຍະ ນັບແຕ່ວັນທີ 13 ສິງຫາ 1950 ຈົນເຖິງປັດຈຸບັນ ກໍຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດ.  ໃນໂອກາດດຽວກັນ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖວທ ກໍໄດ້ຂຶ້ນລາຍງານຕໍ່ພິທີໂຮມຊຸມນຸມ ໂດຍ ທ່ານ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ຕະຫລອດໄລຍະ 70 ປີຜ່ານມາ ຊຶ່ງໄດ້ມີຫລາຍຜົນງານອັນພົ້ນເດັ່ນໃນການປະກອບສ່ວນໃນພາລະກິດຕໍ່ສູ້ ປົດປ່ອຍຊາດ; ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.ໃນໄລຍະໃໝ່ ສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຍັງສາມາດຮັກສາບົດບາດການເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ, ເປັນຜູ້ແນະນໍາ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງ ໃຫ້ແກ່ເປົ້າໝາຍຂອງຕົນ, ທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານ ໃນພາກພື້ນ ແລະ ສາກົນ.
ຄົບຮອບ 70 ປີ ຈັດພິທີວັນສື່ມວນຊົນ ແລະ ການພິມຈໍາໜ່າຍ.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING