ສະຫະປະຊາຊາດສົ່ງເສີມໃຫ້ໄວໜຸ່ມສ້າງຄວາມເຂັ້ມແຂງ.
ເພື່ອເພີ່ມໂອການໃຫ້ຊາວໜຸ່ມມີໂອກາດໃນການສ້າງຕົວເອງໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວ ພ້ອມທັງພັດທະນາທຸລະກິດ ແລະ ສິ່ງໃໝ່ໆເກີດຂື້ນໃນສັງຄົມລາວ, ເຊິ່ງປະຈຸບັນຍັງມີຄວາມສ່ຽງທີ່ຈະຖືກລົບກວນຍ້ອນການແຜ່ລະບາດຂອງພະຍາດແລະ ຫຼາຍຄົນມີຄວາມສ່ຽງໄດ້ຮັບຜົນກະທົບທາງດ້ານການສຶກສາ, ການວ່າຈ້າງງານ ແລະ ການມີສ່ວນຮ່ວມໃນ ສັງຄົມ.
ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໄດ້ເປີດໂຄງການໃໝ່ໃນການສະໜັບສະໜູນຊາວໜຸ່ມຢູ່ໃນ ສປປ ລາວ “ໂຄງການເສີມຂະຫຍາຍໂອກາດທາງດ້ານສັງຄົມ ແລະ ເສດຖະກິດໃຫ້ກັບຊາວໜຸ່ມໃນ ສປປ ລາວ”
ເຊິງໄດ້ຮັບການສະໜັບສະໜູນດ້ານການເງິນຈາກກອງທຶນປະເທດຣັດເຊຍ ໃນຈຳນວນເງິນ 1,5 ລ້ານໂດລາ ໂດຍການຮ່ວມມືກັບບັນດາຄູ່ຮ່ວມງານຫຼາຍຝ່າຍຄື: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ສະຫະພັນແມ່ຍິງລາວ.
ພາບ: ສຸກສະຫວັນ ຈຸດປະສົງແມ່ນ ເພື່ອສ້າງສະພາບແວດລ້ອມທີ່ອຳນວຍໃຫ້ແກ່ຊາວໜຸ່ມ ຮູ້ເຖິງທ່າແຮງຂອງເຂົາເຈົ້າ ແລະ ປະຕິບັດພາລະບົດບາດທີ່ສຳຄັນ ແລະ ສຳເລັດຜົນທາງເສດຖະກິດ -ສັງຄົມພາຍໃຕ້ກອບນະໂຍ ບາຍຂອງຊາວໜຸ່ມທົ່ວປະເທດ, ສ້າງຄວາມເຂັ້ມແຂງໃຫ້ຊາວໜຸ່ມ ໃນ ສປປ ລາວ ທາງດ້ານເສດ ຖະກິດ ແລະ ສັງຄົມ ເນື່ອງຈາກວ່າຊາວໜຸ່ມເປັນຕົວແທນຂອງການປ່ຽນແປງໂດຍການກຳນົດ ແລະ ປົກປ້ອງຄວາມຕ້ອງການ, ຄວາມສົນໃຈຂອງພວກເຂົາໂດຍການສ້າງການພັດທະນາໃນທາງບວກໃນປະເທດ.
ບັນດາແຂວງເປົ້າໝາຍ ທີ່ໄດ້ຮັບຜົນປະໂຫຍດຈາກການຊ່ວຍເຫຼືອນີ້ແມ່ນ ແຂວງ ຄຳມ່ວນ ແລະ ຫົວພັນ, ຕົວແບບ ສູນຝຶກວິຊາຊີບຊາວໜຸ່ມຈະໄດ້ຮັບການສ້າງຕັ້ງຂຶ້ນ ໃນແຂວງ ຄຳມ່ວນ ໂດຍສຸມໃສ່ຂະແໜງກະສິກຳ ເພື່ອສ້າງຄວາມເຂັ້ມ ແຂງດ້ານຊີວິດການເປັນຢູ່ຂອງຊົນນະບົດ ແລະ ກະສິກຳ ໃຫ້ກັບຊາວໜຸ່ມທີ່ຍັງຂາດໂອກາດ.
ເພີ່ມໂອກາດທາງທຸລະກິດ ແລະ ທັກສະການພັດທະນາ ທຸລະກິດຂະໜາດນ້ອຍ (SME) ສຳລັບນັກທຸລະກິດຍິງໜຸ່ມ ແຂວງຫົວພັນ, ສ້າງເວທີທາງສັງຄົມ ທີ່ຈະຖືກສ້າງຕັ້ງຂຶ້ນໃນສອງແຂວງນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການມີສ່ວນຮ່ວມຂອງຊາວໜຸ່ມ, ໂດຍສຸມໃສ່ເປັນພິເສດຕໍ່ປະຊາກອນໃນຊົນນະບົດ ແລະ ຊົນເຜົ່າໃນ ຂະບວນການຕັດສິນໃຈຕ່າງໆໂດຍຜ່ານວິທະຍຸຊຸມຊົນ ທີ່ນຳ ພາໂດຍຊາວໜຸ່ມ ແລະ ສິ່ງທ້າ ທາຍດ້ານນະວັດຕະກຳ ຂອງ ຊາວໜຸ່ມທີ່ຈະໄດ້ນຳໃຊ້ຫ້ອງ ທົດລອງເພື່ອເລັ່ງການພັດທະນາ ຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP).
ໂຄງການສົ່ງເສີມດ້ານເສດຖະກິດ ແລະ ສັງຄົມໃຫ້ກັບຊາວໜຸ່ມຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์