18 May
18May

ສະຖານທີ່ພັກຜ່ອນ ທ່າຝຣັ່ງວັງສີຄາມງົດງາມສົມຄຳສາລື

“ທ່າຝຣັ່ງ” ແມ່ນເອີ້ນຕາມຊາວ ບ້ານມາແຕ່ສະໄໝຝຣັ່ງມາ ປົກຄອງລາວເພາະວັງນໍ້າ ແຫ່ງນີ້ພວກຝຣັ່ງມັກພາຄອບຄົວໄປຜັກຜ່ອນ ແລະ ອາບນໍ້າ ໃນບໍລິເວນນີ້ , ມັນເປັນວັງນໍ້າ ເລິກ, ບາງບ່ອນກໍມີກ້ອນຫີນ ພົ້ນຈາກໜ້ານໍ້າທີ່ມີສີຟ້ານັ້ນມາໃຫ້ພວກເຮົາໄດ້ເຫັນ .
ພາບ: mahason.com 
ທ່າຝຣັ່ງ ໄດ້ກາຍເປັນສະຖານທີ່ສໍາລັບພັກຜ່ອນຢ່ອນໃຈ ແລະ ສ້າງກິດຈະກໍາຕ່າງໆ ເຊັ່ນ: ກິນເຂົ້າປ່າ, ລອຍຫຼິ້ນນໍ້າ ຂອງປະຊາຊົນຊາວ ເມືອງ ທ່າແຂກໂດຍສະເພາະ ແມ່ນມື້ພັກເສົາ – ອາທິດ ແລະ ງານເທສະການ ຕ່າງໆເຊັ່ນ: ບຸນປີໃໝ່ ລາວ ແລະ ອື່ນໆ ເຊິງມີຄວາມສວຍງາມວິວທຳມະຊາດທີ່ໜ້າປະປັບໃຈຫລາຍ. “ທ່າຝຣັ່ງ” ເປັນສະຖານທີ່ທ່ອງທ່ຽວແບບອະນຸລັກຕັ້ງຢູ່ ບ້ານທອກ, ເມືອງທ່າແຂກ, ແຂວງຄຳມ່ວນ, ຫ່າງຈາກເທດສະບານແຂວງ ຄຳມ່ວນ ພຽງ 10 ກິໂລແມັດຕາມເສັ້ນທາງເລກທີ່ 12A. ເຊິ່ງໄດ້ເປີດໃຫ້ບໍລິການເຂົ້າທ່ຽວຊົມໃນທ້າຍປີ 2018,ຍ້ອນເປັນສາຍນ້ຳທີ່ໄຫຼຜ່ານຮ່ອມພູຫີນປູນທີ່ໃຫຍ່ທີ່ສຸດໃນ ສປປ ລາວ ໄດ້ແກ່: “ຂຸນໂດນ” ຈຶ່ງເຮັດໃຫ້ນໍ້າມີຄວາມເຢັນ ແລະມີສີຟ້າເປັນສາຍນ້ຳທີ່ຍາວ 20 ກວ່າກິໂລແມັດ ພ້ອມທັງມີຜາຫີນຕັ້ງຄູ່ຂະໜານກັນທັງສອງຟາກຝັ່ງຕັ້ງແຕ່ຈຸດຕົ້ນນ້ຳຈົນສຸດສາຍ, ເຊິ່ງຖືວ່າເປັນມົນສະເໜ່ພິເສດ, ເຮັດໃຫ້ ທ່າຝຣັ່ງ ແຫ່ງນີ້ສາມາດດຶງດູດຄວາມສົນໃຈນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວຊົມແບບບໍ່ຂາດສາຍ.
ທ່າຝຣັ່ງວັງສີຄາມ ສະຖານທີ່ພັກຜ່ອນຢ່ອນໃຈ ແລະ ສ້າງກິດຈະກໍາຕ່າງໆ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING