ສາຍການບິນລາວທັງພາຍໃນ ແລະ ຕ່າງປະເທດຍັງຄົງປິດໃຫ້ບໍລິການໂດຍບໍ່ມີກຳນົດ
ຕາມການລາຍງານຂອງເວັດໄຊ muan.la ໃຫ້ຮູ້ວ່າ ການບິນລາວ ຢັ້ງຢືນເມື່ອອາທິດທີ່ຜ່ານມາວ່າ ໄດ້ຍົກເລີກແຜນທີ່ຈະເປີດການບິນພາຍໃນປະເທດໃນວັນທີ 8 ພຶດສະພາ ພ້ອມດຽວກັນເສັ້ນທາງລະຫວ່າງປະເທດກໍຍັງບໍ່ທັນມີກຳນົດເປີດໃຫ້ບໍລິການເຊັ່ນກັນ.ພາບ: muan.la
ເຈົ້າໜ້າທີ່ສາຍການບິນກ່າວວ່າ ການຕັດສິນໃຈເລື່ອນການເປີດໃຫ້ບໍລິການອອກໄປອີກ ເປັນສ່ວນໜຶ່ງຂອງມາດຕະການໃນການຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19.
ພ້ອມນີ້ ມີການລາຍງານເມື່ອວັນພະຫັດທີ່ຜ່່ານມາໃນກຸ່ມ Tourism Professionals in Laos ກ່າວວ່າ ແຫຼ່ງທ່ອງທ່ຽວພາຍໃນແຂວງຫຼວງພະບາງກໍຍັງຄົງບໍ່ທັນເປີດໃຫ້ບໍລິການຕໍ່ໄປ.
ບົດລາຍງານກ່າວວ່າ ອຳນາດການປົກຄອງໄດ້ແນະນຳໃຫ້ແຫຼ່ງທ່ອງທ່ຽວທັງໝົດ ແລະ ບໍລິການທີ່ກ່ຽວຂ້ອງສືບຕໍ່ປິດການດຳເນີນການເພື່ອຫຼຸດຜ່ອນຄວາມສ່ຽງໃນການແພ່ລະບາດຂອງພະຍາດ.
ແນວໃດກໍຕາມ, ໂຮງແຮມ, ເຮືອນພັກ ແລະ ຣີສອດ ລວມທັງຮ້ານອາຫານຕ່າງໆໃນຫຼວງພະບາງແມ່ນໄດ້ເປີດໃຫ້ບໍລິການແລ້ວ ອີງຕາມຂໍ້ມູນຈາກພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ແລະ ອື່ນໆ
ທັງນີ້ ບັນດາຮ້ານອາຫານ ແລະ ໂຮງແຮມຕ່າງໆ ຕ້ອງປະຕິບັດມາກຕະການປ້ອງກັນຢ່າງເຂັ້ມງວດ ໂດຍການກວດກາອຸນຫະພູມຮ່າງກາຍຂອງພະນັກງານ ແລະ ລູກຄ້າ. ພະນັກງານທັງໝົດ ແລະ ລູກຄ້າຕ້ອງໃສ່ຜ້າອັດປາກ-ດັງ, ມີເຈວແອວກໍຮໍສຳລັບລ້າງມື ແລະ ອ່າງລ້າງມືໃຫ້ແກ່ແຂກທຸກຄົນ.
ການບິນລາວທັງພາຍໃນ ແລະ ຕ່າງປະເທດປິດບໍລິການໂດຍບໍ່ມີກຳນົດຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD