ຂະນະທີ່ປະເທດກໍາລັງພົບວິກິດໂຄວິດ-19 ລະບາດ ມັນສົ່ງຜົນກະທົບຫຼາຍດ້ານຕໍ່ປະເທດ ໂດຍສະເພາະແມ່ນດ້ານການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ແຕ່ທັງນີ້ທັງນັ້ນ ລັດຖະບານກໍ່ບໍ່ໄດ້ນິ້ງນອນໃຈ ເລັ່ງຫາທຸກວິທີ່ທາງເພື່ອຮັບມື ແລະ ແກ້ໄຂວິກິດການທີ່ພົບຢູ່.
ແນວໃດກໍ່ຕາມ ອີກໜຶ່ງບັນຫາທີ່ທົ່ວສັງຄົມລ້ວນເປັນຫ່ວງແມ່ນເລື່ອງການສະໜອງສະບຽງອາຫານພາຍໃນປະເທດ ເຊິ່ງກະຊວງການຄ້າກໍ່ໄດ້ອອກມາຢືນຢັນແລ້ວວ່າ ສາມາດຮັບປະກັນໄດ້ຢ່າງໜ້ອຍສຸດ 2ເດືອນ.
ຂະນະດຽວກັນບັນດາແຂວງຕ່າງໆກໍ່ລ້ວນກຽມພ້ອມໄວ້ແລ້ວເຊັ່ນກັນ ໂດຍຫຼ້າສຸດແຂວງສາລະວັນເອງກໍ່ໄດ້ກຽມຄວາມພ້ອມດ້ານສະບຽງອາຫານ ທີ່ຈະກະທົບເຖີງຊີວິດການເປັນຢູ່ຂອງປະຊາຊົນໃນທົ່ວສັງຄົມ ພ້ອມຢືນຢັນສາມາດຮອງຮັບໄດ້ພຽງພໍໃນໄລຍະທີ່ພະຍາດແຜ່ລະບາດ.
ພາບ: laoedaily.com.la
ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ໃຫ້ສໍາພາດແກ່ສື່ມວນຊົນ ໃນວັນທີ 10 ເມສາ 2020 ວ່າ: ພາຍຫຼັງທີ່ລັດຖະບານ ກໍ່ຄືອົງການປົກຄອງແຂວງ ໄດ້ອອກຄຳສັ່ງ ແລະແຈ້ງການຕ່າງໆ ກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ, ພະແນກກະສິກຳ ແລະ ປ່າໄມ້ແຂວງ ກໍ່ໄດ້ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍໂດຍໄວ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໂດຍໄດ້ມອບໝາຍໃຫ້ຄະນະພັກ, ຄະນະນຳຂອງພະແນກ, ຫ້ອງການ 8 ຕົວເມືອງ ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເພື່ອຮອງຮັບດ້ານສະບຽງອາຫານໃຫ້ແກ່ປະຊາຊົນ ໄດ້ທົ່ວເຖີງ ແລະ ພຽງພໍກັບຄວາມຕ້ອງການຂອງສັງຄົມ.
ເບິ່ງລາຍລະອຽດໄດ້ທີ່: ສາລະວັນສາມາດສະໜອງອາຫານພຽງພໍໃນໄລຍະທີ່ພະຍາດໂຄວິດລະບາດ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido