19 Jun
19Jun

ສຳເລັດການສ້າງລະບົບຄຸ້ມຄອງພົນລະເມືອງແບບທັນສະໄໝ.

ຕາມການລາຍງານຂອງໜັງສືພິມລາວພັດທະນາໃຫ້ຮູ້ວ່າ ກະຊວງພາຍໃນ ຮ່ວມກັບບໍລະສັດ ສະຕຣາໂທລະຄົມ (ຢູນິເທວ) ຈັດກອງປະຊຸມ ກວດກາໜ້າວຽກຄັ້ງທີ III ສຳເລັດຮ້ອຍສ່ວນຮ້ອຍ (100%) ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງພົນລະເມືອງເອເລັກໂຕຣນິກ (CMIS) , ຈັດຂຶ້ນໃນວັນທີ 16 ມິຖຸນານີ້ ທີ່ກະຊວງພາຍໃນ ນະຄອນຫລວງວຽງຈັນ ເພື່ອດຳເນີນການກວດກາໜ້າວຽກ ຮ້ອຍເປີເຊັນ (100%) ພ້ອມມອບຄືນໃຫ້ກະຊວງພາຍໃນເປັນຜູ້ຮັບຜິດຊອບ.
ຮອງລັດຖະມົນຕີກະຊວງພາຍໃນໄດ້ມີຄຳເຫັນວ່າ: ວຽກງານຄຸ້ມຄອງພົນລະເມືອງ ແມ່ນວຽກງານຫນຶ່ງທີ່ພັກ ແລະ ລັດຖະບານໄດ້ເອົາໃຈໃສ່ເປັນບັນຫາສໍາຄັນ. ມະຕິກອງປະຊຸມໃຫຍ່ຄັ້ງທີ X ໄດ້ວາງວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມສໍາລັບປີ 2016-2025 ກ່ຽວກັບພົນລະເມືອງໄວ້ວ່າ:
ຮອດປີ 2030 “ສິດທິ ຂອງພົນລະເມືອງມີການຮັບປະກັນດ້ວຍການຄຸ້ມຄອງລັດຕາມກົດໝາຍທີ່ສັກສິດ”, ເພື່ອບັນລຸວິໄສທັດຕາມທີ່ໄດ້ກໍານົດໄວ້ໃນຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025 ທີ່ວ່າ” ຮອດປີ 2030 ພົນລະເມືອງລາວທຸກຄົນຈະໄດ້ຊົມໃຊ້ການບໍລິການຂອງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງຢ່າງທົ່ວເຖິງ ແລະ ມີປະສິດທິພາບ, ຊຶ່ງເປັນການເອື້ອອໍານວຍຄວາມສະດວກໃຫ້ແກ່ການປະຕິບັດສິດ ແລະ ຜົນປະໂຫຍດຂອງພົນລະເມືອງ.
ພາບ: laophattananews.com
ສະນັ້ນ, ກອງປະຊຸມກວດກາໜ້າວຽກຄັ້ງທີ III ຮ້ອຍສ່ວນຮ້ອຍ (100%) ກ່ຽວກັບການພັດທະນາລະບົບຖານຂໍ້ມູນຄຸ້ມຄອງ ພົນລະເມືອງເອເລັກໂຕຣນິກນີ້ ນອກຈາກຈະໄດ້ຮັບຟັງການລາຍງານກ່ຽວກັບການພັດທະນາລະບົບ ຈາກຫົວໜ້າກົມຄຸ້ມຄອງພົນລະເມືອງເຈົ້າຂອງໂຄງການ ແລະ ບໍລິສັດສະຕາໂທລະຄົມຜູ້ຮັບເໝົາໂຄງການ ແລ້ວ ຍັງມີພິທີມອບ-ຮັບໂຄງການດັ່ງກ່າວຄືນໃຫ້ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍໂຄງການໃຫ້ທົ່ວປະເທດ ໂດຍຈະມີການປະມູນເປີດກວ້າງໃຫ້ທຸກພາກສ່ວນ ມາປະມູນໃນໄລຍະຕໍ່ໄປ.
ລາວສຳເລັດການສ້າງລະບົບຄຸ້ມຄອງພົນລະເມືອງແບບທັນສະໄໝ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING