ເສົາສື່ສານ ເສົາທຳອິດໃນໂຄງການທາງລົດໄຟ ລາວ-ຈີນ ສ້າງສຳເລັດແລ້ວ.
ຄຽງຄູ່ການການລະບາດຂອງພະຍາດອັກເສບປອດ ໂຄວິດ 19, ໂຄງການເສັ້ນທາງລົດໄຟລາວ-ຈີນ ກໍ່ຍັງດຳເນີນໄປຢ່າງລະມັດລະວັງ, ແລະ ເຂົ້າສູ່ຄວາມສຳເລັດເທືອລະກ້າວ ແລະ ໃກ້ຊິໄດ້ນຳໃຊ້ໃນໄວໆນີ້.
 |
ພາບ: kaomainews.com |
ຕາມລາຍງານຂອງສຳນັກຂ່າວຊິນຫົວລາຍງານວ່າ: ວັນທີ 20 ເມສາ 2020 ທີ່ຜ່ານມາ, ການກໍ່ສ້າງເສົາສື່ສານຄວາມສູງ 40 ແມັດຂອງສະຖານີລົດໄຟລາວ-ຈີນທີ່ນະຄອນຫຼວງວຽງຈັນສຳເລັດແລ້ວ.
ໂດຍ ກຸ່ມບໍລິສັດ China Railway Construction Electrification Bureau Group Co., Ltd. ຫຼື CRCC-EBG (EBG) ເປັນຜູ້ຮັບຜິດຊອບໂຄງການກໍ່ສ້າງເສົາສົ່ງສັນຍານຂອງໂຄງການທາງລົດໄຟລາວ-ຈີນ ໄດ້ສ້າງແຜນຮອບດ້ານ, ຄຸ້ມຄອງການກໍ່ສ້າງ
ຢ່າງລະມັດລະວັງແລະ ຕິດຕາມກວດກາຢ່າງໃກ້ຊິດໃນທຸກໆຂັ້ນຕອນ. ໂຄງການກໍ່ສ້າງເສົາສັນຍານສື່ສານຂອງທາວລົດໄຟ ເປັນໃຈກາງ ແລະ ຫົວໃຈຫຼັກຂອງການດຳເນີນງານ, ການສັ່ງການ ແລະ ຄວບຄຸມ ລົດໄຟທົງໝົດໃນທາງລົດໄຟລາວ-ຈີນ ແລະ ຮູ້ຈັກກັນໃນນາມຂອງ “ສູນກາງສະໝອງ ແລະ ປະສາດ”
ເບິ່ງລາຍລະອຽດເພີ່ມໄດ້ທີ່:
ສຳເລັດໃນການສ້າງເສົາສື່ສານທຳອິດໃນໂຄງການທາງລົດໄຟ ລາວ-ຈີນຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido